ໄທ​ຈະ​ສົ່ງ​ທະ​ຫານ​ຊ່າງແສງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ຊູ​ດັງ​ໃຕ້
2017-10-19 10:56:19  cri 
ຄະ​ນະ​ລັດ​ຖະ​ບານ​ໄທ​ຕົກ​ລົງ​ໃນ​ວັນ​ທີ 17 ຕຸ​ລາ​ນີ້​ໂດຍ​ຈະ​ແຕ່ງ​ຕັ້ງ​ກອງ​ຮ້ອຍ​ທະ​ຫານ​ຊ່າງ​​ແສງ 268 ຄົນ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢູ່​ຊູ​ດັງ​ໃຕ້.

ໂຄ​ສົກ​ລັດ​ຖະ​ບານ​ໄທ​ຢືນ​ຢັນ​ວ່າ ຄະ​ນະ​ລັດ​ຖະ​ບານ​ໄດ້​ຮັບ​ຮອງ​ໃຫ້​ແຕ່ງ​ຕັ້ງ​ກອງ​ຮ້ອຍ​ທະ​ຫານ​ຊ່າງ​ແສງກອງ​ໜຶ່ງ​ເດີນ​ທາງ​ໄປ​ສາ​ທາ​ລະ​ນະ​ລັດ​ຊູ​ດັງ​ໃຕ້​ເພື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢູ່​ປະ​ເທດ​ດັ່ງ​ກ່າວ, ນີ້​ຄື​ຄຳ​ໝັ້ນ​ສັນ​ຍາ​ທີ່ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປ​ຣະ​ຢຸດ​ຈັນ​ໂອ​ຊາ​ໃຫ້​ໄວ້​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ກ່ອນ​ໜ້າ​ນີ້. ​ຂະ​ນະ​ທີ່ກອງ​ຊ່າງ​ແສງ​ດັ່ງ​ກ່າວ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ນະ​ຄອນຫຼວງ​ຈູ​ບາ​ປະ​ເທດ​ດັ່ງ​ກ່າວ​ເຊິ່ງ​ມີ​ຄວາມ​ປອດ​ໄພຫຼາຍກວ່າ.

ກ່ອນ​ໜ້າ​ນີ້, ຜູ້​ຕາງ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ໄປ​ສຳຫຼວດ​ສະ​ພາບ​ການ​ກະ​ກຽມ​ຂອງ​ໄທ​ທັງ​ໃຫ້​ລັດ​ຖະ​ບານ​ໄທ​ພິ​ຈາ​ລະ​ນາ​ໃນ​ການ​ໄປປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ຢ່າງ​ໜ້ອຍເປັນ​ເວ​ລາ​ 1 ປີ.

ຂ່າວ​ແຈ້ງວ່າ: ໄທ​ໄດ້​ສົ່ງ​ທະ​ຫານ​ຊ່າງ​​ແສງ 268 ຄົນ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮັບ​ຜິດ​ຊອບ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ ແຕ່​ລັດ​ຖະ​ບານ​ໄທ​ຕ້ອງ​ໄດ້​ຈ່າຍ​ລ່ວງ​ໜ້າ​ກ່ອນ, ຫຼັງ​ຈາກ​ນັ້ນ,ອົງ​ການ​ສ​ປ​ຊ​ຈະ​ຈ່າຍ​ທົດ​ແທນ​ຄືນ​ໃຫ້​ທັງ​ໝົດ.ຂະ​ນະ​ດຽວ​ກັນ, ກອງ​ທັບ​ໄທ​ໄດ້​ອະ​ນຸ​ມັດ​ງົ​ບ​ປະ​ມານ 450 ລ້ານ​ບາດ​ແລ້ວ​ເພື່ອ​ໃຊ້​ໃນ​ວຽກ​ງານກະ​ກຽມ​ຕ່າງໆ​ເປັນ​ຕົ້ນ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ອັນ​ຈຳ​ເປັນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ