ຈີນ​ພົບ​​ຊາກຫີນໄຂ່​ໄດ​ໂນ​ເສົາ​​ແບບ​ໃໝ່​ຢູ່​ແຂວງ​ອ່ານ​ຮຸ່ຍ
2017-10-19 17:09:03  cri 

ຫໍ​ພິ​ພິດ​ທະ​ພັນ​ທໍ​ລະ​ນີ​ສາດ​ແຂວງ​ອ່ານ​ຮຸ່ຍ​ ສ​ປ ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 18 ຕຸ​ລາ​ນີ້​ວ່າ: ​ໄດ້​ພົບຊາກ​​ຫີນໄຂ່​ໄດ​ໂນ​ເສົາ​ແບບ​ໃໝ່​ຊະ​ນິດ​ໜຶ່ງ​ຢູ່​ຊິວ​ນິງ​ເມືອງຫວງ​ຊ່ານ​ແຂວງ​ອ່ານ​ຮຸ່ຍ​ເປັນ​ເທື່​ອ​ທຳ​ອິດ​ໂດຍ​ຕັ້ງ​ຊື່​ວ່າ "ໄຂ່​ຮູບ​ຄັນ​ຫົ່ມ​ຊິວ​ນິງ". ການ​ຄົ້ນ​ພົບ​ທາງ​ບູ​ຮານ​ນະ​ຄະ​ດີ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ດັ່ງ​ກ່າວ​ເປັນ​ການ​ເພີ່ມ​ຊາກ​ໄຂ່​ໄດ​ໂນ​ເສົາ​ແບບ​ໃໝ່​ຊະ​ນິດ​ໜຶ່ງ​ໃຫ້​ແກ່​ການ​ຄົ້ນ​ຄວ້າ​ຊາກ​ໄຂ່​ໄດ​ໂນ​ເສົາ ທັງ​ສາ​ມາດ​ສ້າງ​ຕັ້ງ​ວິ​ຊາ​ໄຂ່​ຮູບ​ຄັນ​ຫົ່ມ​ຂຶ້ນ​ໄດ້.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ