ຄອບ​ຄົວ​​ຜູ້​ເສຍ​ຊີ​ວິດທະ​ຫານຮັກ​ສາ​ສັນ​ຕິ​ພາບ​ຂອງ​ກຳ​ປູ​ເຈຍໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ​ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ
2017-10-19 16:29:51  cri 
ວັນ​ທີ 18 ຕຸ​ລາ​ນີ້ ຢູ່​ກົມຮ່ວມ​ມື​ສາ​ກົນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຳ​ປູ​ເຈຍ, ຜູ້​ຕາງ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ມອບເງິນ​ຊ່ວຍ​ເຫຼືອໃຫ້​ແກ່​ຄອບ​ຄົວ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບຂອງ​ກຳ​ປູ​ເຈຍ 4 ຄົນ​ທີ່​ເສ​ຍ​ຊີ​ວິດໃນ​ຂະ​ນະ​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ແຕ່​ລະ​ຄອບ​ຄົວ​ໄດ້​ຮັບ​ເງິນ​ຜູ້​ລະ 7 ໝື່ນ​ໂດ​ລາ​ສະ​ຫະ​ລັດ ໂດຍ​ມີທ່ານ ປ​ຣັກ ຊົກ​ຄົນ ລັດ​ຖະມົນ​ຕີ​ລັດ​ຖະ​ກິດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ຮ່ວມ​ມື​ສາ​ກົນກຳ​ປູ​ເຈຍແລະ​ຜູ້​ຕາງ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ກຳ​ປູ​ເຈຍ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ມອບ​ເງິນ​ໃນ​ຄັ້ງ​ນີ້.

ໃນ​ວັນ​ທີ 8 ພຶດ​ສະ​ພາ​ປີ​ນີ້, ກອງ​ທະ​ຫານ​ຊ່າງແສງ​ທີ່​ມີ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ກຳ​ປູ​ເຈຍ 12 ຄົນ ໄດ້​ເດີນ​ທາງ​ຈາກ​ເຂດ RAfai ​ເພື່ອ​ກັບ​ຄືນ​ຖານ​ທັບ​ໂດຍ​ມີ​ການ​ປ້ອງ​ກັນ​ຈາກກອງ​ທະ​ຫານ​ມາ​ຣົກ, ຂະ​ນະ​ທີ່​ຜ່ານ​ບ້ານ Yogofongo ໄດ້​ຖືກ​ກຸ່ມກະ​ບົດ​ທ້ອງ​ຖິ່ນ​ໂຈມ​ຕີ. ໃນ​ເວ​ລາ​ນັ້ນ, ທະ​ຫານ​ກຳ​ປູ​ເຈຍ​ຜູ້​ໜຶ່ງໄດ້​ຖືກ​ສັງ​ຫານ, ບາດ​ເຈັບ 1 ຄົນ​ແລະ​ອີກ 3 ຄົນ​ຫາຍ​ສາບ​ສູນ. ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ, ໄດ້​ພົບສົບ​ຂອງຜູ້​ຫາຍ​ສາບ​ສູນທັງ 3 ຄົນ​ຢູ່​ສະ​ຖານ​ທີ່​ໃກ້​ບ່ອນ​ເກີດ​ເຫດ 2 ກິ​ໂລ​ແມັດ.

ດັ່ງ​ນັ້ນ, ສະ​ພາ​ກາ​ແດງ​ກຳ​ປູ​ເຈຍ​ກໍ່​ໄດ້​ມອບ​ເງິນ​ຊ່ວຍ​ເຫຼືອ​ໃຫ້​ແກ່​ຄອບ​ຄົວ​ຂອງ​ຜູ້​ເສຍ​ຊີ​ວິດ. ຄອບ​ຄົວ​ລະ 20 ລ້ານ​ຣຽວ​ຫຼື​ປະ​ມານ 5.000 ໂດ​ລາ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ