ສ​ປ​ປ ເກົາ​ຫຼີ ກ່າວ​ປະ​ນາມ​ຕໍ່​ການ​ຊ້ອມ​ຮົບ​ອາ​ເມ​ລິ​ກາ-ສ.ເກົາ​ຫຼີ​ ເຮັດ​ໃຫ້​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ເຄັ່ງ​ຕຶງ​ຂຶ້ນ
2017-10-19 16:30:40  cri 
ສຳ​ນັກ​ຂ່າວ​ສານ​ສູ​ນ​ກາງ​ຂອງ ສ​ປ​ປ ເກົາ​ຫຼີ ລາຍ​ງານ​ໃນ​ວັນ​ທີ 19 ຕຸ​ລາ​ນີ້​ວ່າ: ວັນ​ທີ 18 ຕຸ​ລາ​ນີ້, ສ​ປ​ປ ເກົາ​ຫຼີ ໄດ້​ກ່າວ​ປະ​ນາມ​ອາ​ເມ​ລິ​ກາ​ແລະ ສ.ເກົາ​ຫຼີ ທີ່ດຳ​ເນີນ​ການ​ຊ້ອມ​ຮົບ​ເທິງ​ທະ​ເລ​ຮ່ວມ​ຢູ່​ເຂດ​ທະ​ເລ​ອ້ອມ​ແຫຼມ​ເກົາ​ຫຼີ, ແລະ​ກ່າວ​ວ່າ​ນີ້ເປັນ​ການ​ທ້າ​ທາຍ​ເກາະ​ຜິດ​ດ້ານ​ການ​ທະ​ຫານ​ທີ່​ເຮັດໃຫ້ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ເຄັ່ງ​ຕຶງ​ຂຶ້ນ​ຢ່າງ​ໜັກ​ໜ່ວງ.

ຖະ​ແຫຼງ​ການ​ກ່າວ​ວ່າ: ການ​ຊ້ອມ​ຮົບ​ຄັ້​ງ​ນີ້​ເປັນ​ການ​ກະ​ທຳ​ທີ່​ທ້າທາຍ​ແລະ​ເກາະ​ຜິດ​ທາງການ​ທະ​ຫານ​ເພື່ອ​ທຳ​ລາຍ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ, ເປັນການ​ທ້າ​ທາຍ​ຕໍ່​ປະ​ຊາ​ຊົນ​ ສ​ປ​ປ ເກົາ​ຫຼີ ກໍ​ຄື​ບຸກ​ຄົນ​ທີ່ຮັກ​ຫອມສັນ​ຕິ​ພາບ​ຂອງ​ໂລກ​ທີ່​ມີ​ຄວາມ​ປາ​ຖະ​ໜາ​ຕໍ່​​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ແຫຼມ​ເກົາ​ຫຼີ.

ຂ່າວ​ແຈ້ງວ່າ:ກອງ​ທັບ​ອາ​ເມ​ລິ​ກາ ​ແລະ ສ.ເກົາ​ຫຼີ ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ຢູ່​ເຂດ​ທະ​ເລ​ໃກ້​ແຫຼມ​ເກົາ​ຫຼີ ໃນ​ວັນ​ທີ 16 ຕຸ​ລາ​ນີ້. ກອງ​ທັບ​ເຮືອ ສ.ເກົາ​ຫຼີ ກ່າວ​ວ່າ: ການ​ຊ້ອມ​ຮົບຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ຈົນ​ຮອດ​ວັນ​ທີ 20 ຕຸ​ລານີ້​ຈຶ່ງ​ຈະ​ສິ້ນ​ສຸດ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ