ເປີດເທດສະການຮູບເງົາດີເດັ່ນຂອງຈີນແລະງານປະກວດນັກພາກຮູບເງົາ
2017-10-19 17:12:06  cri 
 


ວິທະຍຸສາກົນແຫ່ງປະເທດຈີນຫລືCRI ປະຈຳລາວໄດ້ຈັດພິທີຖະແຫລງຂ່າວເທດສະການຮູບເງົາດີເດັ່ນຂອງຈີນ
ແລະ ງານປະກວດນັກພາກຮູບເງົາຢູ່ໂຮງແຮມດອນຈັນພາເລດ, ນະຄອນ ຫລວງວຽງຈັນໃນວັນທີ 19 ຕຸລານີ້
ໂດຍມີທ່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ,
ທ່ານນາງ ແສງແກ້ວ ຕາງໜ້າສະຖານທູດ ສປ ຈີນປະຈຳ ສປປ ລາວແລະສິລະປິນທີ່ມີຊື່ສຽງພ້ອມພາກສ່ວ
ນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້,ທ່ານນາງແສງແກ້ວກ່າວວ່າ: ຮູບເງົາເປັນສື່ໜຶ່ງທີ່ມີລະດັບດ້ານສິລະປະແລະເປັນທີ່ຍອມຮັບຈາກປະ
ຊາຊົນ ແລະມີບົດບາດພິເສດໃນການແລກປ່ຽນວັດທະນະທຳ. ກິດຈະກຳເທື່ອນີ້ນອກຈາກຈະສາຍຮູບເງົາດີເດັ່ນ
ຈີນ 2 ເລື່ອງຢູ່ 8 ແຂວງແລະ​ນະຄອນ​ຫຼວງວຽງ​ຈັນແລ້ວ, ຍັງຈະຈັດງານປະກວດນັກພາກຮູບເງົາໂດຍຜູ້ຊະນະ
ເລີດ ຈະຮ່ວມກັບຜູ້ຊ່ຽວຊານແລະສິລະປິນຊື່ດັງຂອງປະເທດລາວເພື່ອພາກຮູບເງົາ 2 ເລື່ອງດັ່ງກ່າວ ເພື່ອນຳ
ເອົາຮູບເງົາທີ່ມ່ວນໆ​ອອກສູ່ສາຍຕາປະຊາຊົນລາວ.


ທ່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ ກ່າວວ່າ:
ການຈັດກິດຈະກຳເທື່ອນີ້ຈະເປັນຂີດໝາຍໜຶ່ງທີ່ສະທ້ອນເຖິງການຮ່ວມມືແລະຊ່ວຍເຫລືອເຊິ່ງກັນແລະກັນລະ
ຫວ່າງລາວ-ຈີນ, ​ທັງເປັນການສົ່ງເສີມຄວາມເຂົ້າໃຈຢ່າງເລິກເຊິ່ງລະຫວ່າງສອງປະເທດຜ່ານຊ່ອງທາງການເບິ່ງ
ຮູບເງົາ, ພ້ອມດຽວກັນນັ້ນຍັງເປັນການປະກອບສ່ວນໃຫ້ແກ່ການສ້າງແລະພັດທະນາບຸກຄະລາກອນດ້ານຮູບ
ເງົາໂດຍສະເພາະນັກພາກຮູບເງົາຂອງລາວໃຫ້ມີການພັດທະນາຂຶ້ນເລື້ອຍໆ.


ງານປະກວດນັກພາກ ເທື່ອນີ້ແມ່ນເປີດຮັບສະໝັກ​ທົ່ວ​ໄປ​ໃນທົ່ວປະເທດໂດຍບໍ່ເສຍຄ່າ ຜູ້ສະໝັກເຂົ້າແຂ່ງສາ
ມາດສົ່ງສຽງທີ່ພາກຕາມຕົວຢ່າງວິດີໂອຂອງຮູບເງົາແລ້ວ​ສົ່ງ​ມາ (ສ່ວນລາຍລະອຽດກະລຸນາຕິດຕາມ 
facebook:CRI-FM93) ຫລື ສຽງພາກຂອງບົດອື່ນ (ບໍ່ເກີນ 20 ວິນາທີ) ​ສົ່ງ​ມາ​ທາງອີເມວດັ່ງນີ້: 
movie.cri@gmail.com. CRI ປະຈຳລາວຈະປິດຮັບສະໝັກໃນວັນທີ 23 ຕຸລານີ້.
ເທດສະການຮູບເງົາດີເດັ່ນຂອງຈີນເທື່ອນີ້, ສະຖານທູດຈີນປະຈຳລາວ ແລະ ກະຊວງຖະແຫລງຂ່
າວ ວັດທະນະທຳ ແລະ ທ່ອງທ່ຽວລາວເປັນເຈົ້າພາບແລະຈັດໂດຍ CRI ປະຈຳລາວ ແລະ ກົມຮູບເງົາ
ໂດຍຈະນຳເອົາຮູບເງົາດີເດັ່ນຂອງຈີນ 2 ເລື່ອງສາຍຢູ່ 8 ແຂວງຄື: ນະຄອນຫລວງວຽງຈັນ, ແຂວງຊ່ຽງ
ຂວາງ, ຫລວງພະບາງ, ອຸດົມໄຊ, ຫລວງນ້ຳທາ, ຄຳມ່ວນ, ສະຫວັນນະເຂດແລະແຂວງຈຳປາສັກ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ