​ເສັ້ນບິນ​ໃໝ່ລາຄາ​ຖືກ​ຈາກ​ເມືອງ​ກວາງ​ໂຈ່​ວ​ໄປ​​ສິງ​ກະ​ໂປ​ໂດຍ​ກົງ
2017-10-19 13:54:56  cri 
ວັນ​ທີ 18 ຕຸລາ​ນີ້ ຢູ່​ເມືອງ​ກວາງ​ໂຈ່​ວຈີນ, ບໍລິສັດ​ການບິນ​ຊູ່​ນຊິ່ວຈີນ​ທີ່​ມີ​ລາຄາ​ຖືກ​ປະກາດ​ວ່າ: ນັບ​ແຕ່​ວັນ​ທີ 5 ພະຈິກ​ 2017 ນີ້​ເປັນ​ຕົ້ນ​ໄປ, ບໍລິສັດ​ຕົນ​ຈະ​ເປີດ​​ເສັ້ນທາງ​ການບິນ​​ໂດຍ​ກົງ​ຈາກ​ເມືອງ​ກວາງ​ໂຈ່​ວ​ໄປ​​ສິງ​ກະໂປ.

​ເສັ້ນ​ບິນ​ດັ່ງ​ກ່າວ​ຈະ​ມີ​ຖ້ຽວ​ບິນ 3 ​ເທື່ອຕໍ່ອາ​ທິດ ​ແລະຈະ​ໃຊ້​​ເວລາ​ໃນ​ການ​ເດີນທາງປະມານ 4 ຊົ່ວ​ໂມງ​ກໍ່​ຈະ​ເຖິງ​ສິງກະ​ໂປ ​ແລະ​ລາຄາ​ປີ້​ຍົນ​ແມ່ນ 427 ຢວນ (​ເທົ່າ​ກັບ 64,45 ​ໂດ​ລາ) ຖ້າທຽບ​ໃສ່ລາຄາ​ປີ້​ຍົນ​ຂອງ​ບໍລິສັດ​ການບິນ​ອື່ນໆ​ແມ່ນ​ຫຼຸດ​ລື່ນ​ກັນ​ຫຼາຍ​ຮ້ອຍ​ຢວນ. ບໍລິສັດ​ຕົນ​ຍັງ​ຈະ​ປະຈຳ​ຢູ່​ອາຄານT4ຂອງ​ສະໜາມ​ບິນ​ຊ່າງ​ງີ່ສິງກະ​ໂປ ​ເພື່ອ​ອຳນວຍ​ຄວາມ​ສະດວກ ​ແລະບໍລິການ​ຜູ້​ໂດ​ຍສານ.

ພາຍຫຼັງສັບປະດາ​ຄຳ​ໄລຍະ​ພັກ​ວັນຊາດ​ຈີນ, ການບິນ ​ແລະ​ການທ່ອງທ່ຽວ​ກໍ​ຈະ​ເຂົ້າ​ສູ່​​​ໄລ​ຍະ​ຫຼຸດຜ່ອນ​ລົງ. ​ຂໍ້​ມູນ​ຈາກ​ການບິນ​ຊູ່​ນຊິ່ວຊີ້​ໃຫ້​ເຫັນ​ວ່າ: ວັນ​ທີ 27 ຕຸ​ລາ​ນີ້, ລາຄາ​ປີ້​ຍົນ​ຂອງ​​ເສັ້ນບິນ​ໂດຍ​ກົງ​ຈາກ​ກວາງ​ໂຈ່​ວຫາ​ນະຄອນ​ຫຼວງພະນົມ​ເປັນ​ກຳປູ​ເຈຍ ​ກໍ​ຄື​ຈາກ​ກວາງ​ໂຈ່​ວຫາ​ແຂວງສຽມຣຽບກຳປູ​ເຈຍມີ​ພຽງ​​ແຕ່ 517 ຢວນ ​ແລະຈາກ​ກວາງ​ໂຈ່​ວຫາ​ນະຄອນຫຼວງບາງ​ກອກ​ໄທພຽງ​ແຕ່ 526 ຢວນ​ເທົ່າ​ນັ້ນ ຫຼື ເທົ່າກັບ 79,4 ​ໂດ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ