ເຂດ​ປົກ​ຄອງຕົນ​ເອງ​ເຄີດິ​ສະຖານ​ເລື່ອນເວລາ​ໃນ​ການ​ເລືອກ​ຕັ້ງສະພາ ​ແລະປະທານ
2017-10-19 16:06:40  cri 
ວັນ​ທີ 18 ຕຸລາ​ນີ້, ຄະນະ​ກຳມະການ​ເລືອກ​ຕັ້ງລະ​ດັບ​ສູງ ​ແລະລົງປະຊາ​ມະຕິ​ຂອງ​ເຂດ​ປົກ​ຄອງຕົນ​ເອງ​ເຄີດິ​ສະຖານລາຍ​ງານ​ວ່າ: ຢຸດວຽກ​ງານ​ກະກຽມຊົ່ວຄາວ​ຂອງ​ການ​ເລືອກ​ຕັ້ງສະພາ ​ແລະ​ປະທານ​ຂອງເຂດ​ປົກ​ຄອງຕົນ​ເອງ​ເຄີດິ​ສະຖານທີ່ຄາດ​ວ່າ​ຈະຈັດ​ຂຶ້ນ​ໃນ​ວັນ​ທີ 1 ພະ​ຈິກ​ໜ້ານີ້ ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຂອງ​ພົນລະ​ເມືອງກໍ​ຈະ​ເລື່ອນ​ເວລາ​ອອກ​ໄປ​ເຊັ່ນ​ດຽວ​ກັນ.

​ເນື່ອງຈາກ​ສະຖານະ​ການ​ເຄັ່ງ​ຕຶງ​ຂອງເຂດ​ປົກ​ຄອງຕົນ​ເອງ​ເຄີດິ​ສະຖານ ​ແລະ​​ເລື່ອນ​ເວລາ​ໃນ​ການສະ​ເໜີ​ຕົວລົງ​ສະໝັກ​ຮັບ​ເລືອກ​ຕັ້ງ, ຄະນະ​ກຳມະການ​ດັ່ງກ່າວຈຶ່ງ​ຕົກລົງ​ຢຸດ​ການ​ກະກຽມ​ເລືອກ​ຕັ້ງຊົ່ວຄາວ ​ຈົນ​ກວ່າ​ສະພາເຂດ​ປົກ​ຄອງຕົນ​ເອງ​ເຄີດິ​ສະຖານຈະ​ສາມາດ​ຕົກລົງກັບ​​ໃໝ່​​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ