ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ນາ​ນາ​ຊາດ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 137
2017-10-19 16:03:43  cri 
    ກອງ​ປະ​ຊຸມ​ສ​ະ​ຫະ​ພັນ​ລັດ​ຖະ​ສະ​ພາ​ນາ​ນາ​ຊາດ​ຄັ້ງ​ທີ 137 ​ທີ່​ມີ​ຫົວ​ຂໍ້​ວ່າ "ຊຸກ​ຍູ້​ວັດ​ທະ​ນະ​ທຳຫຼາຍ​ເຄົ້​າ​ແລະ​ສັນ​ຕິ​ພາບ​ໂດຍ​ຜ່ານ​ຈາກ​ການ​ສົນ​ທະ​ນາ​ລະ​ຫວ່າງ​ຄວາມ​ເຊື່ອ​ຖື​ຕ່າງ​ກັນ​ແລະ​ຊົນ​ເຜົ່າ​ຕ່າງ​ກັນ" ໄດ້​ໄຂ​ຂຶ້ນ​ຢູ່​ແຊງ​ປີ​ເຕີ​ສບວກ​ແຫ່ງ​ຣັດ​ເຊຍ​ໃນ​ວັນ​ທີ 14-18 ຕຸ​ລານີ້.

    ທ່ານ ຈ່າງ​ພິງ ຮອງ​ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ໄດ້​ນຳ​ພາ​ຄະ​ນະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ ແລະ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ວ່າ: ຄວນ​ເອົາ​ການກວມ​ລວມ​ເຂົ້າ​ແທນ​ອະ​ຄະ​ຕິ ແລະ ເຄົາ​ລົບ​ຄວາມຫຼາກຫຼາຍ​ຂອງວັດ​ທະ​ນະ​ທຳ​ໃນ​ໂລກ; ຄວນ​ເອົາ​ການ​ສົນ​ທະ​ນາ​ເຂົ້າ​ແທນ​ການ​ເປັນ​ປໍ​ລະ​ປັກ​ກັນ ແລະ ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​​ບົດ​ຮຽນເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງວັດ​ທະ​ນະ​ທຳ​ທີ່​ຕ່າງ​ກັນ; ຄວນ​ເອົາ​ການ​ຮ່ວມ​ມື​ເຂົ້າ​ແທນ​ການ​ປະ​ທະ​ກັນ ແລະ ບັນ​ລຸ​ວັດ​ທະ​ນະ​ທຳ​ທີ່ຫຼາກຫຼາຍ​​ຢູ່​ຮ່ວມ​ກັນ​ຢ່າ​ງ​ປອງດອງ​ແລະ​ເຂົ້າ​ອົກ​ເຂົ້າ​ໃຈກັນ. ​ພ້ອມນີ້, ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ ເພື່ອ​ສ້າງ​ອາ​ລະ​ຍະ​ທຳ​ມະ​ນຸດ​ທີ່​ເປີດ​ປະ​ຕູ​ແລະ​ກວມ​ລວມ, ເຮັດ​ໃຫ້​ວັ​ດ​ທະ​ນະ​ທຳ​ຂອງ​ໂລກ​ມີຫຼາກຫຼາຍ​ສີ​ສັນ, ເຮັດ​ໃຫ້​ຄວາມຫຼາກຫຼາຍ​ແລະຫຼາຍ​ເຄົ້າ​ຂອງວັດ​ທະ​ນະ​ທຳ ກາຍ​ເປັນ​ພະ​ລັງ​ແຮງ​ທີ່​ບໍ່​ສິ້ນ​ສຸດ​ໃນ​ການ​ພັດ​ທະ​ນາ​ອາ​ລະ​ຍະ​ທຳ​ຂອງມວນ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ