ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ການ​ຄ້າ​ຜະ​ລິດ​ຕະ​ພັນ​ການ​ຢາ​ຈີນ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ
2017-10-20 11:22:43  cri 
ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຜະ​ລິ​ດ​ຕະ​ພັນ​ສົ່ງ​ເສີມ​ສຸ​ຂະ​ພາບ​ການ​ຢາຈີນ​ໄດ້​ເດີນ​ທາງຢ້ຽມ​ຢາມ​ສະ​ມາ​ຄົມ​ການ​ຄ້າ​ຈີນ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 19 ຕຸ​ລາ​ນີ້​ເພື່ອ​ຫາ​ຊ່ອງ​ທາງ​ໂຄ​ສະ​ນາຜະ​ລິ​ດ​ຕະ​ພັນ​ສົ່ງ​ເສີມ​ສຸ​ຂະ​ພາບ​ແລະ​ການ​ຢາ​ຈີນ​ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ຢາ​ຈີນ​ໂດຍ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຈາກທ່ານ​ຈ່າງ​ຈິນ​ສົງ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ການ​ຄ້າ​ຈີນ​ຂອງ​ອິນ​ໂດ​ເນ​ເຊຍ​ພ້ອມ​ສະ​ມາ​ຊິກ​ຄະ​ນະ​ມົນ​ຕີຫຼາຍ​ທ່​ານ​.

ທ່ານ​ໂຈ່ວ​ຮຸ້ຍ ປະ​ທານ​ສະ​ມາ​ຄົມ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຜະ​ລິ​ດ​ຕະ​ພັນ​ສົ່ງ​ເສີມ​ສຸ​ຂະ​ພາບ​​ແລະການ​ຢາ​ຈີນ​ກ່າວ​ວ່າ: ​ການ​ຢ້ຽມ​ຢາມເທື່ອ​ນີ້​ກໍ​ເພື່ອ​ຄົ້ນ​ຄວ້າ​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ສົ່ງ​ເສີມ​ສຸ​ຂະ​ພາບ​​ແລະການ​ຢາ​ຈີນ​ທີ່​ລາ​ຄາ​ຖືກ​ມີ​ຄຸນ​ສະ​ພາບ​ດີ​ສາ​ມາດຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ.​ທ່ານ​ໂຈ່ວ​ຮຸ້ຍ​ຢືນ​ຢັນ​ວ່າ ຈະ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ທີ່​ມີ​ບັນ​ດາ​ສະ​ມາ​ຊິກ​ສະ​ມາ​ຄົມ​ການ​ຄ້າ​ຕົນ​ເຂົ້າ​ຮ່ວມ​ນັ້ນ​ຢູ່​ອິນ​ໂດ​ເນ​ເຊຍ​ໃນ​ປີ​ໜ້າ​ເພື່ອແນະ​ນຳຢາ,ຜະ​ລິ​ດ​ຕະ​ພັນ​ສົ່ງ​ເສີມ​ສຸ​ຂະ​ພາບ​ທີ່​ມີ​ຄຸນ​ສະ​ພາບ​ດີ​ຂອງ​ຈີນ​ແລະ​ຫວັງ​ຖື​ເອົາໂອ​ກາດ​ດັ່ງ​ກ່າວ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ໃນ​ດ້ານ​ຜະ​ລິ​ດ​ຕະ​ພັນ​ຮັກ​ສາ​ສຸ​ຂະ​ພາບ​ແລະ​ການ​ຢາ​ຈີນລວມ​​ທັງການ​ສ້າງ​ຖານ​ອຸດ​ສາ​ຫະ​ກຳ, ການ​ປູກ​ພື້ນ​ຢາ​ພື້ນ​ເມືອງ​ພ້ອມ​ດ້ວຍ​ການ​ປຸງ​ແຕ່ງ​ແລະ​ອື່ນ​ໆ ເພື່ອ​ໃຫ້​ການ​ຢາ​ຈີນ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ ທັງ​ສ້າງ​ໂອ​ກາດ​ການ​ຄ້າ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ