ອີ​ຣັກ​ຫ້າມລັດ​ຖະ​ບານ​ແລະ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ຄ້າ​ຂາຍ​ນ້ຳ​ມັນ​ເຊື້ອ​ໄຟ​ກັບເຂດ​ປົກ​ຄອງ​ຕົນ​ເອງ​​ເຄີ​ດິ​ສະ​ຖານ
2017-10-20 16:22:59  cri 
ວັນ​ທີ 19 ຕຸ​ລາ​ນີ້, ກະ​ຊວງນ້ຳ​ມັນ​ເຊື້ອ​ໄຟ​ອີ​ຣັກ​ກ່າວ​ວ່າ: ລັດ​ຖະ​ບານ​ແລະ​ບໍ​ລິ​ສັດ​ນ້ຳ​ມັນ​ເຊື້ອ​ໄຟ​ຕ່າງ​ປະ​ເທດ​ບໍ່​ຄວນ​ຄ້າຂາຍ​ນ້ຳ​ມັນ​ເຊື້ອ​ໄຟ​ກັບ​​ເຂດ​ເຄີ​ດິ​ສະ​ຖານ​ໂດຍ​ບໍ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ບານອີ​ຣັກ​ຢ່າງ​ເດັດ​ຂາດ.

ທ່ານ ຈັບ​ບາ ລູ​ໄອ​ບີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ນ້ຳ​ມັນ​ເຊື້ອ​ໄຟ​ອີ​ຣັກ​ລະ​ບຸໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງວ່າ: ອີງ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ແລະ​ກົດ​ໝາຍ,ມີ​ແຕ່​ລັດ​ຖະ​ບາ​ນ ​ແລະ​ກະ​ຊວງ​ນ້ຳ​ມັນ​ເຊື້ອ​ໄຟ​​ອີ​ຣັກເທົ່າ​ນັ້ນ​ຈຶ່ງ​​ມີ​ສິດ​ເຊັນ​ສັນ​ຍາ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ແລະ​ລົງ​ທຶນ​ຊັບ​ພະ​ຍາ​ກອນ​ອາຍ​ແກັ​ສ​ທຳ​ມະ​ຊາດ​ແລະ​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ໃນ​ດິນແດນ​ອີ​ຣັກ​ກັບ​ພາຍນອກ​ໄດ້. ສ່ວນ​ສັນ​ຍາ​ທີ່​ເຊັນ​ກັນ​ໂດຍ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ລັດ​ຖະ​ບານ​ລ້ວນ​ແຕ່​ຜິດ​ກົດ​ໝາຍ.

ເນື່ອງ​ຈາກການ​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ​ແມ່ນ​ລາຍ​ຮັບ​​ທີ່​ສຳ​ຄັນ​ຂອງ​ເຂດ​ເຄີ​ດິ​ສະ​ຖານ, ວັນ​ທີ 16 ຕຸ​ລາ​ນີ້, ກອງ​ທັບ​ລັດ​ຖະ​ບານ​ອີ​ຣັກ​ໄດ້​ເຂົ້າ​ຄວບ​ຄຸມ​ແຂວງ​ເກີ​ກຸກ​ທີ່​ມີ​ຊັບ​ພະ​ຍາ​ກອນ​ອາຍ​ແກັ​ສ​ທຳ​ມະ​ຊາດ​ແລະ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ອຸ​ດົມ​ສົມ​ບູນ​ຢ່າງ​ເປັນ​ທາງ​ການ, ໂດຍ​ການຄຸ້ມ​ຄອງ​ບໍ່​ນ້ຳ​ມັນ​,ສິ່ງ​ກໍ່​ສ້າງ​ຂຸດ​ຄົ້ນ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ທໍ່​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ແຂວງ​ດັ່ງ​ກ່າວ. ສ່ວນກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​​​ເຂດ​ເຄີ​ດິ​ສະ​ຖານທີ່​ຄວບ​ຄຸມແຂວງ​ດັ່ງ​ກ່າວ​ນັ້ນ​ໄດ້​ຖອນ​ອອກ​ຈາກ​ເຂດ​ດັ່ງ​ກ່າວ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ