ຖະ​ແຫຼງ​ຂ່າວ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​
2017-10-20 16:23:49  cri 
ຕອນ​ເຊົ້າ​ວັນ​ທີ 19 ຕຸ​ລາ​ນີ້, ສູນ​ຂ່າວ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​​ໄດ້​ຈັດ​ການ​ຖະ​ແຫຼງ​ຂ່າວ​ຄັ້ງ​ທຳ​ອິດ, ທ່ານ​ ຢາງ​ສຽວ​ຕູ້ ຮອງ​ປະ​ທານຄະນະກຳມະການກວດກາ​ວິ​ໄນສູນກາງພັກ, ຮອງ​ປະ​ທານ​ອົງ​ການກວດ​ກາ​ລັດ​ຖະ​ບານ, ​ຫົວ​ໜ້າກົມ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແຫ່ງ​ຊາດ​ຈີນ ແລະ ທ່ານ ສີ​ຢີ້ ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກກອມ​ມູ​ນິດ​ຈີນ ໄດ້​ແຈ້ງ​ໃຫ້​ນັກ​ຂ່າວ​ຮູ້​ສະ​ພາບ​ການ​ເພີ່ມ​ທະ​ວີ​ວຽກ​ງານກໍ່​ສ້າງ​​ພັກ​ແລະການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຄັ່ງ​ຄັດ​ແລະ​ຮອບ​ດ້ານ.

ທ່ານ ໂກ່​ເວີ້ຍ​ມິ​ນ ຮອງ​ຫົວ​ໜ້າ​ຫ້ອງ​ການ​ຖະ​ແຫຼງ​ຂ່າວຄະ​ນະ​ລັດ​ຖະ​ບານ, ໂຄ​ສົກ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​ເປັນ​ປະ​ທານ​ການຖະ​ແຫຼງ​ຂ່າວ ໂດຍ​ມີນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ 290 ກວ່າ​ຄົນ​ ​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ