ຂະ​ບວນຄາຣາ​ວານ​ລົດ "​ວັດທະນະທຳ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ" ​ເດີນທາງ​ເຖິງ​ກຳປູ​ເຈຍ​ແລ້ວ
2017-10-20 17:37:10  cri 
ຂະ​ບວນຄາຣາວານລົດ "​ເຊື່ອມ​ສາຍສຳພັນວັດທະນະທຳ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ" 13 ຄັນ​​ໄດ້​ເດີນທາງ​ເຖິງກຳປູ​ເຈຍ ​ແລະ​ຈັດ​ພິທີ​ຕ້ອນຮັບຢູ່​ສູນ​ວັດທະນະທຳ​ຈີນ​ນະຄອນຫຼວງ​ພະນົມ​ເປັນ​ໃນ​ວັນ​ທີ 19 ຕຸລາ​ນີ້. ທ່ານ​ຈົວ​ເວີນ​ສິ່ງ ທີ່​ປຶກສາ​ທູດ​ສະຖານ​ທູດຈີນ​ປະຈຳ​ກຳປູ​ເຈ​ຍ, ທ່ານ​​​ເພືອງສັກ​ເຣນາ ລັດຖະມົນ​ຕີ​ກະຊວງ​ສິລະ​ປະວັດ​ທະນະ​ທຳ​ກຳ​ປູ​ເຈຍ, ​ແລະ​ຜູ້​​ຕາງໜ້າສະຖານທູ​ດຫວຽດນາມ, ລາວ, ມຽນມາ ​ແລະ​ໄທ​ປະຈຳກຳປູ​ເຈຍ​ໄດ້​ເຂົ້າ​ຮ່ວມ​ກິ​ດຈະ​ກຳ​ດັ່ງກ່າວ.

ການ​​ເດີນທາງ​ເທື່ອ​ນີ້​​ເປັນ​ການ​ສືບຕໍ່​ໂຄງການ​ຄາຣາວານ​ລົດ​ເຊື່ອມ​ສາຍສຳພັນ​ວັດທະນະທຳ ​ແລະ​ການທ່ອງທ່ຽວ​ຈີນ-​ໄທ" ​ໂດຍ​ກະຊວງ​ວັດທະນະທຳ​ຈີນ ​ແລະອົງການທ່ອງທ່ຽວ​ແຫ່ງ​ຊາດ​ໄທຮ່ວມ​ກັນ​ຈັດ​ຂຶ້ນ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ​ໃນ​ເຂດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ. ຂະ​ບວນ​ລົດດັ່ງກ່າວ​ໄດ້​ເດີນທາງ​ຈາກ​ເມືອງ​ນິງ​ໂປ່​ວ​ແຂວງ​ເຈີ​ຈ່ຽງຈີນ​ນັບ​ແຕ່​ວັນ​ທີ 24 ກັນຍາ​ເປັນ​ຕົ້ນ​ມາ ​ໂດຍ​ຜ່ານ​ແຂວງ​ເຈີ​ຈ່ຽງ, ຟູ​ຈຽນ, ກວາງ​ຕຸ້ງ, ກວາງ​ຊີ ​ແລະ​ຢຸນນານ ມຸ່ງ​ໜ້າ​ສູ່ພາກ​ເໜືອ​ໄທ​ໃນ​ວັນ​ທີ 9 ຕຸລາ​ນີ້ ​ເຊິ່ງມີ​ໄລ​ຍະ​ທາງຫຼາຍ​ກວ່າ 1 ໝື່ນ​ກິ​ໂລ​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ