"ສະ​ຫາຍ​ສີ​ຈິ້ນ​ຜິງເປັນ​ຜູ້​ນຳ​ທີ່​ປ່ຽນ​ລົ້ນ​ໄປ​ດ້ວຍ​ປະ​ສົບ​ການ​ແລະ​ຄວາມ​ສະ​ຫຼາດ​ສ່ອງ​ໃສ​ໃນ​ພາ​ລະ​ກິດ​ສ້າງ​ສາ​ແລະ​ພັດ​ທະ​ນາ​ປະ​ເທດ​ຊາດ​ຈີນ"----ສຳ​ພາດ​ທ່ານ​ນາງວັນ​ດີ ບຸດ​ທະ​ສະ​ວົງ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ລາວ ປະ​ຈຳ​ ສ​ປ ຈີນ
2017-10-22 13:50:38  cri 


(ວັນ​ທີ 20 ຕຸ​ລານີ້ ທ່ານ​ນາງວັນ​ດີ ບຸດ​ທະ​ສະ​ວົງ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ລາວ​ປະ​ຈຳ ສ​ປ​ ຈີນ​ຢ້ຽມ​ຢາມ CRI, ທ່ານ​ຫູ​ປາງ​ເຊິ້ງ ຮອງ​ອຳ​ນວຍ​ການ CRI ໄດ້​ຮັບ​ຕ້ອນ​ທ່ານ​ທູດຢ່າ​ງ​ອົບ​ອຸ່ນ)




ຕາມ​ຂ່າວ CRI: ວັນ​ທີ 20 ຕຸ​ລານີ້ ທ່ານ​ນາງວັນ​ດີ ບຸດ​ທະ​ສະ​ວົງ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ລາວ​ປະ​ຈຳ ສ​ປ​ ຈີນ ໄດ້​ຢ້ຽມ​ຢາມ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ (CRI) ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ເພື່ອ​ໃຫ້​ສຳ​ພາດ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່. ທ່າ​ນາງວັນ​ນ​ດີ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ງານ​ທີ່​ຈີນ​ໄດ້​ຮັບໃນ 5 ປີ ​ນັບ​ແຕ່​ໄຂ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ມາ ກໍ່​ຄື​ບົດ​ລາຍ​ງານ​ທີ່​ກ່າວ​ໂດຍ​ສະ​ຫາຍ​ສີ​ຈິ້ນ​ຜິງ​ໃນ​ໂອ​ກາດ​ໄຂ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ທ່ານ​ນາງ​ເຫັນ​ວ່າ ສະ​ຫາຍ​ສີ​ຈິ້ນ​ຜິງ​ແມ່ນ​ມີ​ຄວາມ​ເຫັນ​ພິ​ເສດ​ດ້ານ​ການ​ປົກ​ຄອງ​ແລະ​ພັດ​ທະ​ນາ​ປະ​ເທດ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສະ​ຫຼາດ​ສ່ອງ​ໃສ​ຂອງ​ທ່ານ. ຕໍ່​ໄປ ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ກ່ຽວ​ຂ້ອງ.

ໃນ​ການ​ສຳ​ພາດ, ທ່ານ​ທູດ​ວັນ​ດີ ໄດ້​ເລົ່າ​ເລື່ອງ​ກ່ຽວ​ກັບ​ສະ​ຫາຍ​ສີ​ຈິ້ນ​ຜິງ​ໃນ​ສາຍ​ຕາ​ຂອງ​ທ່ານ ໂດຍ​ເຫັນ​ວ່າ​ແນວ​ຄິດ​ການ​ປົກ​ຄອງ​ປະ​ເທດ​ຂອງ​ສະ​ຫາຍ​ສີ​ຈິ້​ນ​ຜິງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ທ່ານ. ທ່ານ​ທູດ​ວັນ​ດີ​ກ່າວ​ວ່າ:

"ຂ້າ​ພະ​ເຈົ້າ​ກໍ່​ເຄີຍ​ໄດ້​ອ່ານ​ຂ່າວ ແລະ​ໄດ້​ພົບ​ກັບ​ສະ​ຫາຍ​ສີ​ຈິ້ນ​ຜິງ​ຫຼາຍ​ຄັ້ງ ໃນ​ໂອ​ກາດ​ຕິດ​ຕາມ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ-ລັດ​ລາວ​ມາ​ຢ້ຽມ​ຢາມ ສ​ປ ຈີນ​ໃນ​ຜ່ານ​ມາ, ສະ​ຫາຍ​ສີ​ຈິ້​ນ​ຜິງ​ເປັນ​ຜູ້​ນຳ​ທີ່​ປ່ຽນ​ລົ້ນ​ໄປ​ດ້ວຍ​ປະ​ສົບ​ການ ແລະ​ຜົນ​ງານ​ອັນ​ໂດດ​ເດັ່ນ ໃນ​ການ​ຊີ້​ນຳ-ນຳ​ພາ ພັກ-ລັດ ແລະ​ປະ​ຊາ​ຊົນ​ຈີນ​ໃນ​ພາ​ລະ​ກິດ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຈີນ ຕະ​ຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ, ສະ​ຫາຍ​ມີ​ຄວາມ​ສະ​ຫຼາດ​ສ່ອງ​ໃສ ໜັກ​ແໜ້ນ ແລະ​ສະ​ໜິດ​ສະ​ໜົມ​ໃກ້​ຊິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ, ເປັນ​ຄົນ​ເຮັດ​ແທ້​ທຳ​ຈິງ ແລະ​ມີ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ​ໃນ​ການ​ແກ້​ໄຂ​ບັນ​ຫາ​ສໍ້​ລາດ​ບັງ​ຫຼວງ, ບັນ​ຫາ​ຄວາມ​ທຸກ​ຍາກ ແລະ​ອື່ນໆ."

ທ່ານ​ທູດ​ວັນ​ດີ​ກ່າວ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ສະ​ຫາຍ​ສີ​ຈິ້ນ​ຜິງ, ຈີນ​ໄດ້​ຮັບ​ຜົນ​ງານ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ທ່ານ​ທູດ​ວັນ​ດີ​ໄດ້​ສະ​ຫຼຸບ​ວ່າ​ຈີນ​ໄດ້​ເຂົ້າ​ສູ່​ສະ​ໄໝ​ໃໝ່​ດ້ວຍ​ຄຳ​ວ່າ "ໃໝ່" ຫຼາຍ​ອັນ, ທ່ານ​ກ່າວ​ວ່າ:

"ຕະ​ຫຼອດ​ໄລ​ຍະ 5 ປີ​ຜ່ານ​ມາ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ອັນ​ມີ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່ ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ​ນັ້ນ ສ​ປ​ຈີນ ສາ​ມາດ​ຍາດ​ໄດ້​ຜົນ​ສຳ​ເລັດ​ໃນ​ຫຼາຍ​ດ້ານ ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຈີນ​ດ້ວຍ​ທັດ​ສະ​ນະ​ໃໝ່, ແນວ​ຄິດ​ໃໝ່ ແລະ​ຍຸດ​ທະ​ສາດ​ໃໝ່ ເພື່ອ​ປົກ​ຄອງ​ລັດ-ບໍ​ລິ​ຫານ​ປະ​ເທດ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຮອບ​ດ້ານ, ອັນ​ໄດ້​ເຮັດ​ໃຫ້​ພາ​ລະ​ກິດ​ຍົກ​ສູງ​ຄັນ​ທຸງ​ສັງ​ຄົມ​ນິ​ຍົມ​ຕາມ​ສີ​ສັນ​ຂອງ​ຈີນ​ນັ້ນ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ ຮອບ​ດ້ານ, ລະ​ບົບ​ການ​ເມືອງ​ສືບ​ຕໍ່​ມີ​ສະ​ຖຽນ​ລະ​ພາບ​ຢ່າງ​ໜັກ​ແໜ້ນ, ວຽກ​ງານ​ປ້ອງ​ກັນ​ຊາດ​ມີ​ຄວາມ​ເຂັ້ມ​ແຂງ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ, ສະ​ເລ່ຍ GDP ບັນ​ລຸ​ໄດ້ 7,2% ໃນ​ແຕ່​ລະ​ປີ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ​ເປັນ​ກ້າວໆ, ຍຸດ​ທະ​ສາດ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ"ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຢ່າງກວ້າງ​ຂວາງ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ ແລະ​ພວມ​ມີ​ກົນ​ໄກ​ຮ່ວມ​ມື​ໃນ​ພາກ​ພື້ນ​ຢ່າງ​ເປັນ​ຮູບ​ປະ​ທຳ, ໃນ​ນັ້ນ ລວມ​ທັງ​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ ສ​ປ​ປ ລາວ ແລະ ສ​ປ ຈີນ."

ທ່ານ​ທູດ​ວັນ​ດີ​ແຕ່​ລະ​ມື້​ກໍ່​ຈະ​ເປີດ​ເບິ່ງ​ເວັບ​ໄຊ​ພາ​ສາ​ລາວ​ຂອງ CRI ທ່ານບອກ​ໃຫ້​ນັກ​ຂ່າວ​ຮູ້​ວ່າ ຫວ່າງ​ແລ້ວນີ້ ທ່ານ​ໄດ້​ອ່ານ​ຂ່າວ​ໜຶ່ງ​ຈາກ​ແວັບ​ໄຊ​ພາ​ສາ​ລາວ​ຂອງ CRI ວ່າ ໃນ 5 ປີ​ທີ່​ຜ່ານ​ມາ, ຢູ່​ປະ​ເທດ​ຈີນ​ສະ​ເລ່ຍ​ແລ້ວ​ແຕ່​ລະ 3 ວິ​ນາ​ທີ​ໃດ​ກໍ່​ມີ​ຄົນ​ໜຶ່ງ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ທ່ານ​ເຫັນ​ວ່າ ໃນ​ບົດ​ລາຍ​ງານ​ຂອງ​ສະ​ຫາຍ​ສີ​ຈິ້ນ​ຜິງ​ທີ່​ກ່າວ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຢ້ຳ​ວ່າ, ຕ້ອງ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ໃນ​ປັດ​ຈຸ​ບັນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໃນປີ 2020, ນີ້​ຖື​ເປັນ​ຂ່າວ​ທີ່​ໜ້າ​​ຊື່ນ​ຊົມ. ທ່ານ​ທູດ​ເຫັນ​ວ່າ, ມາດ​ຕະ​ການ​ບຳ​ບັດ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ນັ້ນ​ກໍ່​ສາ​ມາດ​ກາຍ​ເປັນ​ບົດ​ຮຽນ​ທີ່​ດີ​ສຳ​ລັບ​ປະ​ເທດ​ລາວ​.ທ່ານ​ກ່າວ​ວ່າ:

"ຂ້າ​ພະ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ວ່າ ພັກ-ລັດ​ຈີນ​ຍັງ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ວຽກ​ງານ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ ໂດຍ​ໄດ້​ມີ​ແຜນ​ອັນ​ລະ​ອຽດ​ແລະ​ຮອບ​ຄອບ, ອັນ​ນີ້​ຖື​ເປັນ​ຜົນ​ງານ​ອັນ​ພົ້ນ​ເດັ່ນ ໜ້າ​ຊື່ນ​ຊົມ​ແລະ​ເປັນ​ກຳ​ລັງ​ໃຈ​ອັນ​ແຮງ​ກ້າ​ໃຫ້​ແກ່ ສ​ປ​ປ ລາວ ພວກ​ຂ້າ​ພະ​ເຈົ້າ​ທີ່​ກຳ​ລັງ​ສູ້​ຊົນ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ເຮັດ​ໃຫ້ ສ​ປ​ປ ລາວ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ເປັນ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ໃນ​ປີ 2020."

ທ່ານ​ທູດ​ວັນ​ດີ​ຍັງ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຕໍ່​ພາກ​ສ່ວນ​ກ່ຽວ​ກັບ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ບົດ​ລາຍ​ງານ​ຂອງ​ສະ​ຫາຍ​ສີ​ຈິ້​ນ​ຜິງ. ທ່ານ​ເຫັນ​ວ່າ, ໃນ 5 ປີ​ທີ່​ຜ່ານ​ມາ, ແນວ​ຄິດ​ການ​ປົກ​ຄອງ​ປະ​ເທດ ບໍ​ລິ​ຫານ​ລັດ​ຂອງ​ສະ​ຫາຍ​ສີ​ຈິ້ນ​ຜິງກໍ່​ສະ​ແດງ​ໃຫ້​ເຫັນ​ໃນ​ຜົນ​ງານ​ດ້ານ​ການ​ຕ່າງ​ປະ​ເທດ. ທ່ານ​ກ່າວ​ວ່າ:

"ຕະ​ຫຼອດ​ໄລ​ຍະ 5 ປີ​ມານີ້ ສະ​ເພາະ​ດ້ານ​ການ​ຕ່າງ​ປະ​ເທດ, ສ​ປ ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຮອບ​ດ້ານ, ອັນ​ໄດ້​ເປັນ​ການ​ສ້າງ​ເງື່ອນ​ໄຂ​ອັນ​ດີ​ໃຫ້​ແກ່​ການ​ພັດ​ທະ​ນາ​ເດ​ສ​ຖະ​ກິດ​ພາຍ​ໃນ​ປະ​ເທດ ເຊິ່ງ​ການ​ລິ​ເລີ່ມ​ນະ​ໂຍ​ບາຍ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັນ​ທາງ", ສ້າງ​ຕັ້ງ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ, ສ້າງກອງ​ທຶນ​ເສັ້ນ​ທາງ​ສາຍ​ໄໝ, ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ດັບ​ສູງ​ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ ຄັ້ງ​ປະ​ຖົມ​ມະ​ເລີກ, ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດສາ​ກົນ​ຕ່າງໆ​ລ້ວນ​ແຕ່​ໄດ້​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດ​ບາດ ແລະ​ອິດ​ທິ​ພົນ​ຂອງ​ພັກ-ລັດ​ຈີນ​ໃນ​ເວ​ທີ​ພາກ​ພື້ນ​ແລະ​ສາ​ກົນ, ທັງ​ເຮັດ​ໃຫ້​ສາ​ກົນ​ເຫັນ​ໄດ້​ຄວາມ​ພະ​ຍາ​ຍາມ​ຂອງ ສ​ປ ຈີນ​ໃນ​ການ​ປະ​ກອບ​ສ່ວນ​ຊຸກ​ຍູ້​ແລະ​ສົ່ງ​ເສີມ​ສັນ​ຕິ​ພາບ​ໂລກ."

ໃນ​ບົດ​ລາຍ​ຂອງ​ສະ​ຫາຍ​ສີ​ຈິ້ນ​ຜິງ, ມີ​ປະ​ໂຫຍກ​ໜຶ່ງ​ເຮັດ​ໃຫ້​ທ່ານ​ທູດ​ວັນ​ດີ​ເກີດ​ມີ​ຄວາມ​ຮູ້​ສຶກ​ຢ່າງ​ເລິກ​ເຊິ່ງ, ນັ້ນ​ກໍ່​ຄື ສະ​ຫາຍ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ວ່າ, "ພັກ​ກອມ​ມູ​ນິດ​ຈີນ​ບໍ່​ພຽງ​ແຕ່​ແມ່ນ​ພັກ​ການ​ເມືອງ​ທີ່​ສະ​ແຫວງ​ຫາ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ທໍ່​ນັ້ນ ຍັງ​ແມ່ນ​ພັກ​ການ​ເມືອງ​ທີ່​ບາກ​ບັ່ນ​ສູ້​ຊົນ​ເພື່ອ​ພາ​ລະ​ກິດ​ຄວາມ​ກ້າວ​ໜ້າ​ຂອງ​ທົ່ວ​ມວ​ນ​ມະ​ນຸດ", ທ່ານ​ທູດ​ວັນ​ດີ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ຄຳ​ເວົ້າ​ດັ່ງ​ກ່າວ:

"ຕະຫຼອດໄລຍະ 90 ກວ່າປີຜ່ານມາ, ພັກກອມມູນິດຈີນ ໄດ້ນໍາພາປະຊາຊົນຈີນ ດໍາເນີນການຕໍ່ ສູ້ກູ້ຊາດ ແລະ ຍາດໄດ້ໄຊຊະນະເປັນກ້າວໆມາ, ນຳ​ພາ​ປະ​ຊາ​ຊົນ​ຈີນ ກ້າວ​ສູ່​ຄວາມ​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ເອົາການ​ພັດ​ທະ​ນາ ແລະ ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ເປັນບູລິມະສິດ, ກາຍເປັນປະເທດ ທີ່ມີບົດບາດສໍາຄັນ ໃນການຂັບເຄື່ອນເສດຖະກິດ ລກ ແລະ ແກ້ໄຂບັນຫາສໍາຄັນຕ່າງໆຂອງໂລກ.

ພັກກອມມູນິດຈີນ ເປັນພັກການເມືອງທີ່ຮັກຫອມສັນຕິພາບ, ສະແຫວງຫາການ ພັດທະນາ ແລະ ການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​​ ສັນ​ຕິ​ພາບ, ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ ໂດຍໄດ້​ຕັ້ງ​ໜ້າ ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມມື ກັບປະເທດຕ່າງໆ​ໃນ​ທົ່ວ​ໂລກ, ອັນໄດ້ ເຮັດໃຫ້ສາກົນເຫັນໄດ້ ຄວາມພະຍາຍາມຂອງຈີນ ໃນການປະກອບສ່ວນສົ່ງເສີມສັນຕິພາບ ໂລກ ກໍ່ຄື ພາ​ລະ​ກິດຄວາມ​ກ້າວ​ໜ້າຂອງມວນ​ມະ​ນຸດໃນໂລກ. ການສ້າງສາພັດທະນາປະເທດຊາດ ໂດຍ ພາຍໃຕ້ການນໍາພາຂອງພັກກອມມູນິດ ທີ່ເປັນພັກກໍາອໍານາດນັ້ນໄດ້ເປັນບົດຮຽນອັນດີ ໃຫ້ແກ່ບັນດາປະເທດ ຕ່າງໆໃນໂລກ, ໃນນັ້ນ ກໍ່ມີ ສປປ ລາວ ພວກຂ້າພະເຈົ້າ."

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ