ຄະ​ນະ​ຜູ້​ແທນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ສືບ​ຕໍ່​ແບ່ງ​ໜ່ວຍ​ປະ​ຊຸມ​ກັນ
2017-10-22 15:06:15  cri 
ວັນ​ທີ 21 ຕຸ​ລາ​ນີ້, ບັນ​ດາ​ຄະ​ນະ​ຜູ້​ແທນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ສືບ​ຕໍ່​ຈັດ​ກອງ​ປະ​ຊຸມ​ແບ່ງ​ເປັນ​ໜ່ວຍ, ​ເພື່ອປຶກ​ສາ​ຫາ​ລື​ລາຍ​ຊື່​ກຳ​ມະ​ການ​ຂອ​ງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຊຸດ​ທີ 19, ລາຍ​ຊື່​​ຜູ້ສຳ​ຮອງ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ແລະ​ລາຍ​ຊື່​​ຜູ້ສຳ​ຮອງ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ ຄະນະ​ກຳມະການ​ກວດກາ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນທີ່ຜ່ານ​ຮັບ​ຮອງ​ໃນກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ຄະ​ນະ​ປະ​ທານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ. ປຶກ​ສາ​ຫາ​ລື​ຮ່າງ​ມະ​ຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຊຸດ​ທີ 18, ຮ່າງ​ມະ​ຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ຂອງຄະນະ​ກຳມະການ​ກວດກາ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຊຸດ​ທີ 18 ແລະ​ຮ່າງ​ມະ​ຕິ​ກ່ຽວ​ກັບກົດ​ລະ​ບຽບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ບັບ​ປັບ​ປຸງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ