ສື່ສັງຄົມອອລາຍ FB FM93 ຂອງພະແນກພາສາລາວ CRI ມີເພື່ອນທີ່ອ່ານຕິດຕາມຫຼາຍກວ່າລ້ານຄົນ
2017-10-22 18:11:02 cri
ວັນທີ 22 ຕຸລານີ້, ສື່ສັງຄົມອອນລາຍ FB FM93 ຂອງພະແນກພາສາລາວຂອງ CRI ມີເພື່ອນທີ່ອ່ານຕິດຕາມຫຼາຍກວ່າລ້ານຄົນ, CRI ກາຍເປັນສື່ມວນຊົນທີ່ມີຜູ້ອ່ານຕິດຕາມສື່ສັງຄົມອອນລາຍພາສາລາວຫຼາຍທີ່ສຸດໃນໂລກ. ຂໍຂອບໃຈນຳການສະໜັບສະໜູນຈາກບັນດາຜູ້ຟັງແລະຜູ້ອ່ານຕິດຕາມພວກເຮົາຢ່າງຈິງໃຈ! ຍິນດີຕ້ອນຮັບທ່ານເຂົ້າເບິ່ງ page CRI-FM93 ທາງFB, ໂດຍທ່ານຈະໄດ້ຂໍ້ມູນຂ່າວສານທີ່ມີເນື້ອໃນອູດົມສົມບູນແລະການບໍລິການອັນຄົບຖ້ວນ, ພວກເຮົາຈະພະຍາຍາມສຸດຂີດເພື່ອເຮັດວຽກໃຫ້ດີກວ່າເກົ່າ.