ລົດ​ເມ​ນຳ​ໃຊ້ພະລັງງານ​ໃໝ່​ເລີ່​ມ​​ແລ່ນບໍລິ​ການ​ຢູ່ຖະໜົນ​ສາງ​ອ່ານ​ແລ້ວ
2017-10-23 17:15:31  cri 

​ແຫຼ່ງຂ່າວ​ຈາກ​ກຸ່ມ​ບໍລິສັດ​ລົດ​ເມປັກ​ກິ່ງ​ ​ໃຫ້​ຮູ້​ວ່າ: ລົດ​ເມ​ໄຟຟ້າ​ຍາວ 18 ​ແມັດ ທີ່​​ເບື້ອງນອກ​ລົດ​ມີ​ລາຍ​ສີ​ແດງ​ເປັນຕົ້ນຕໍຊຸດ​ທຳ​ອິດ 10 ຄັນ ​​ໄດ້​ແລ່​ນບໍລິການ​ຢູ່​ຕາມ​ຖະໜົນ​ສາງ​ອ່ານ ນະຄອນຫຼວງປັກ​ກິ່ງ​ແລ້ວ ​ໂດຍ​ເລີ່​ມແຕ່​ວັນ​ທີ 22 ຕຸລາ​ນີ້​ເປັນຕົ້ນ​ໄປ. ລົດ​ເມ​ປະ​ເພດ​ນີ້​ມີ​ລາຍ​ສີ​ແດງ​ແລະ​ຂາວ​ຫົວ​ມົນ​ທ້າຍ​ແຫຼມຂັ້ນກັນ​ ​ເບິ່ງຮູບ​ຊົງ​ນອກ​ເປັນ​ຮູບ​ກົມ​ອູ້ຍລູ້ຍ ​ແລະ​ມັນ​ກໍ​ແລ່ນຢ່າງ​ມິດ​ງຽບ​​ເກືອບບໍ່​ມີ​ສຽງ​ເລີຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ