ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ​ຍີ່​ປຸ່ນ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ຕ່ຳ
2017-10-23 15:16:22  cri 
ຜົນ​ການ​ເລືອກ​ຕັ້ງ​ສະ​ພາ​ຕ່ຳ​ຊຸດ​ທີ 48 ຂອງ​ຍີ່​ປຸ່ນ​ທີ່​ປະ​ກາດ​ຫຼ້າ​ສຸດ​ໃນ​ເວ​ລາ 3 ໂມງ​ຂອງວັນ​ທີ 23 ຕຸ​ລາ​ນີ້​ໂດຍ​ໃນ 465 ທີ່​ນັ່ງ​ຂອງ​ສະ​ພາ​ຕ່ຳ​ຍີ່​ປຸ່ນ,  ພັກ​ເສລີ​ປະຊາທິປະ​ໄຕຫຼື​ພັກ​ຈີ​ມິນ​ຂອງ​ຍີ່​ປຸ່ນ​ໄດ້​ 283 ທີ່​ນັ່ງ, ຂະ​ນະ​ທີ່ພັກໂກ​ເມ​ໂຕ​ເຊິ່ງ​ເປັນ​ພັກ​ພັນ​ທະ​ມິດ​ຂອງ​ພັກ​ຈີ​ມິນ​ໄດ້ 29 ທີ່​ນັ່ງ. ​ແລະ​ເມື່ອ​ລວມ​ກັນ​ແລ້ວສອງ​ພັກ​ດັ່ງ​ກ່າວ​ໄດ້ 312 ທີ່​ນັ່ງ, ​ເຊິ່ງ​ກາຍ 2 ສ່ວນ 3 ຂອງ​ທີ່​ນັ່ງ​ທັງ​ໝົດ​​ໃນສະ​ພາ​ຕ່ຳ. ​ທັງ​ນີ້​ສື່ມວນ​ຊົນ​ຍີ່​ປຸ່ນ​ລາຍ​ງານ​ຫຼ້າ​ສຸດ​ວ່າ, ອັດ​ຕາ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ມີ​ພຽງ​ແຕ່ 53,6%.

​ຂ່າວ​ແຈ້ງວ່າ, ທ່ານ​ຊິນ​ໂຈະ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ປະ​ກາດ​ຍຸບ​ສະ​ພາ​ຕ່ຳ​ຂອງ​ລັດ​ຖະ​ສະ​ພາ​ຍີ່​ປຸ່ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 28 ກັນ​ຍາ​ຜ່ານ​ມາ​ແລະ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ