ກອງ​ປະຊຸມ​ສຸດ​ຍອດການ​ບໍລິການ​ທະນາຄານ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ, ມຽນມາ​ແຫ່ງ​ສີຄຳ" ​​ໄຂ​ຂຶ້ນ​ຢູ່​ນະຄອນ​ຢ້າງ​ກຸ້ງ
2017-10-23 13:51:04  cri 
ຕາມ​ຂ່າວCRI : ວັນ​ທີ 21 ຕຸ​ລາ​ນີ້, ທະນາຄານ​ອຸດສາຫະກຳ ​ແລະ​ການ​ຄ້າ​ຈີນ​ສາຂາ​ຢ້າງ​ກຸ້ງ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ການ​ບໍລິກາ​ນທະນາຄານ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ, ມຽນມາ​ແຫ່ງ​ສີຄຳ" ຢູ່​ນະຄອນຢ້າງ​ກຸ້ງ​ມຽນມາ​ໂດຍ ທ່ານ​​ຫົງ​ລ້ຽງ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ມຽນມາ, ທ່ານ​ ດຣ.ຕັ່ນມິນ ລັດຖະມົນຕີ​ກະຊວງ​ການ​ຄ້າ​ມຽນມາ ​ແລະ​ພາກສ່ວນທີ່​ກ່ຽວຂ້ອງ​ເຂົ້າຮ່ວມ.

ທ່ານ​ຫົງ​ລ້ຽງ​ກ່າວ​ວ່າ: ທຶນ​ແມ່ນສາຍ​ເລືອດ​ຂອງ​ເສດຖະກິດ​ສັງຄົມ​ໃນ​ຍຸກ​ປັດຈຸບັນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ "ການ​ເຊື່ອມ​ໂຍງຂອງ​ເງິນທຶນ"ກໍ​ເພື່ອ​ຮັບປະກັນການ​ສະໜອງ​ທຶນຮອນ​ຢ່າງພຽງພໍ ​ແລະ​ບໍ​ລິກາ​ນ ການທະນາຄານ​ຢ່າງ​ມີ​ປະສິດ​ທິພາ​ບສູງ​ໃຫ້​ໂຄງການ​ຕ່າງໆ​. ຈາກ​ນີ້​ຈຶ່ງຫວັງ​ວ່າ: ອົງການລັດຖະບານ​, ສະ​ຖາ​ບັນ​ການ​ເງິນ ​ແລ​ະວິສາ​ຫະກິດ​ຂອງ​ສອງ​ປະ​ເທດ​ຈີນ-ມຽນມາສາມາດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ​ບັນຫາ​ຕ່າງໆດ້ວຍ​ການ​ເບິ່ງ​ຢ່າງ​ຮອບດ້ານ ​ແລະ​​ປະດິດ​ສ້າງ​ໃໝ່ ​ເພື່ອ​ໃຫ້ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ​ສອງ​ຊາດ​​ກ້າວ​​ເຂົ້າສູ່​ລະດັບ​ໃໝ່.

ທ່ານ ດຣ.ຕັ່ນມິນກ່າວ​ວ່າ: ມຽນມາ​ເປັນ​ປະ​ເທດ​ຕາມລຽບ "ໜຶ່ງ​ແລວ​ທາງໜຶ່ງ​ເສັ້ນທາງ" ​ແລະກໍ​ເປັນ​ປະ​ເທດ​ສະມາ​ຊິກ​ອາ​ຊຽນ ​ຂໍສະ​ແດງ​ຄວາມ​ຍ້ອງຍໍຊົມ​ເຊີນ​ຕໍ່ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂ​ອງຈີນ ​ແລະ​ຫວັງ​ວ່າ​ຈະ​ສາມາດດຶງ​ດູດຫຼາຍ​ວິ​ສາ​ຫະກິດ​ຂອງຈີນ​​ເຂົ້າ​ມາ​ລົງທຶນ​ຢູ່​ມຽນມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ