ຮ້ານ "ໝີ່​ເຕົ້າຮູ້​​ໃຈ​ບຸນ" ຢູ່​ເມືອງ​ຈູ່ນຢີ​ແຈກ​ໝີ່ 1 ໝື່ນ​ຖ້ວຍ
2017-10-23 15:14:21  cri 

ຢູ່​ຕາ​ແສງສາງ​ເຈິ່ງເຂດຫົງ​ຮວ່າ​ກັງ​ເມືອງ​ຈູ່ນຢີ​​ແຂວງ​ກຸ້ຍ​ໂຈ່​ວ ສປຈີນ, ມີ​ຮ້ານ "ໝີ່​ເຕົ້າຮູ້​​ໃຈ​ບຸນ" ​ທີ່​ຂຽນ​ປ້າຍ​ວ່າ ຈະ​ສະໜອງ​ອາຫາ​ນເຊົ້າ​ໂດຍ​ບໍ່​ເກັບ​ເງິນ​ໃຫ້​ຜູ້ຮັກສາ​ອະນາ​​ໄມ​​, ຄົນພິການ, ທະຫານ​ປະຈຳການ ​ແລະ​ຜູ້​ອາຍຸສູງ​ຫຼາຍ​ກວ່າ 70 ປີ.

ຕະຫຼອດສອງ​ປີ​ຜ່ານ​ມາ, ຮ້ານ​ນີ້​​ໄດ້ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ໂດຍ​ແຕ່​ລະ​ມື້​ໄດ້​ແຈກ​ໝີ່​ປະມານ 50 ຖ້ວຍ​​ ທັງຮັບປະກັນ​ປະລິ​ມານ ​ແລະ​ລົດ​ຊາດດຽວ​ກັນ​ທີ່​ເຄີຍ​ຂາຍ. ນັບ​ແຕ່​​ເດືອນພະຈິກ​ປີ 2015 ​ເປັນ​ຕົ້ນ​ມາ, ຮ້ານ​ນີ້​ໄດ້​ແຈກ​ໝີ່​ໃຫ້​ກຸ່ມ​ຄົນ​ເປົ້າ​ໝາຍ​ໂດຍ​ບໍ່​ເກັບ​ເງິນ​ເຖິງ 1 ໝື່ນ​ຖ້ວຍ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ