ຈະ​ຈັດ​ງານ​ວາງສະ​ແດງ​ສິນຄ້າຈີນ-ອາຊີ​ໃຕ້ຢູ່​ເນ​ປານ​ເປັນຄັ້ງທຳ​ອິດ
2017-10-24 15:47:30  cri 

ງານ​ວາງສະ​ແດງ​ສິນຄ້າ​ເນ​ປານ ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາຊີ​ໃຕ້ 2017 ຈະ​ຈັດ​ຂຶ້ນຢູ່​ນະຄອນຫຼວງກັດ​ມັນ​ດູ ປະ​ເທດ​ດັ່ງກ່າວ​ແຕ່​ວັນ​ທີ 2-5 ພະຈິກ​ໜ້າ​ນີ້ ​ເຊິ່ງ​ເປັນ​ການ​ສັນຈອນ​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາຊີ​ໃຕ້​ຢູ່​ຕ່າງປະ​ເທດ​ເປັນຄັ້ງທຳ​ອິດ ​ແລະ​ກໍ​ແມ່ນ​ຄັ້ງທຳ​ອິດ​ທີ່ແຂວງ​ຢຸນນານ ສປ ຈີນ​​ເປັນ​ເຈົ້າພາບ​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ຢູ່​ຕ່າງປະ​ເທດ​ເຊັ່ນ​ດຽວ​ກັນ.

​​ໃນ​ພິທີ​ຖະ​ແຫຼງຂ່າວ​ງານ​ວາງສະ​ແດງ​ສິນຄ້າ​ເນ​ປານ ​​ແຈ້ງໃຫ້​ຮູ້​ວ່າ: ງານ​ວາງສະ​ແດງ​ດັ່ງກ່າວ​ແມ່ນ​ຈັດ​ໂດຍ​ສຳນັກງານ​ກິດຈະການ​ວາງສະ​ແດງ​ສາກົນ​ຢຸນນານ ​ແລະ ສະມາຄົມ​​ເສດຖະກິດການ​ຄ້າ​ຈີນ-​ເນ​ປານ ​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກສຳນັກງານ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາຊີ​ໃຕ້.

ຂ່າວລາຍງານວ່າ: ງານ​ວາງສະ​ແດງ​ດັ່ງກ່າວ​ຈະ​ກວມ​ເນື້ອ​ທີ່​ 3.300 ຕາ​ແມັດ ​ແລະ ມີ​ຮ້ານ​ວາງສະ​ແດງ 150 ຮ້ານ. ນັກທຸລະກິດ​ຈີນ​ 100 ກວ່າ​ຄົນຈາກ​ຂົງ​ເຂດ​ຕ່າງໆ ​ເປັນຕົ້ນ ການ​ລົງທຶນ​ພະລັງງານ, ການ​ພັດທະນາ​ບໍ່​ແຮ່, ຂະ​ແໜງ​ການທ່ອງທ່ຽວ ​ແລະ ຂະ​ແໜງ​ຫັດຖະກຳ ​ຈະ​ເຂົ້າຮ່ວມ, ຂະນະ​ທີ່​ນັກທຸລະກິດ​​ເນ​ປານ ​ແ​ລະ ປະ​ເທດອື່ນໆ​ຢູ່​ອາຊີ​ໃຕ້ ກໍ​ຈະ​ນຳ​ເອົາ​ຜະລິດ​ຕະພັນ​ປະ​ເພດຕ່າງໆ ​ເຊັ່ນ ​ເພັດ​ນິນ​ຈິນດາ, ​ເຄື່ອງ​ໜັງ, ຊາ, ກາ​ເຟ ​ແລະ​ອື່ນໆ​ມາ​ວາງສະ​ແດງ.

ນອກ​ນີ້, ວິ​ສາ​ຫະກິດ​ປະ​ເທດ​ຕ່າງໆ ​ເປັນຕົ້ນ ອິນ​ເດຍ, ສີ​ລັງກາ, ປາ​ກິ​ສຖານ, ບັງ​ກລາ​ເດັດ ​ແລະ ມຽນມາ ກໍ​ຈະ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ດັ່ງກ່າວ​ເຊັ່ນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ