ອາ​ຊຽນຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ຄູ່​ສົນທະນາ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ
2017-10-24 15:50:02  cri 

ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນຄັ້ງທີ 11 ​ແລະ ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນຄັ້ງທີ 4 ​ໄດ້​ຈັດ​ຂຶ້ນຢູ່​ເຂດ​ທ່າ​​ເຮືອເສລີຄລາກ ​ແຂວງ ປຳປັນກາ ປະ​ເທດ​ຟິລິບ​ປິນ​ໃນ​ວັນ​ທີ 23 ຕຸລາ​ນີ້ ​ແລະ ຫຼັງສຳ​ເລັດ​ກອງ​ປະຊຸມ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ 10 ປະ​ເທດ​ໃນອາ​ຊຽນ ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ ​ໂດຍ​ຕົກລົງ​​ໃຫ້​ຈັດ​ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​​ເທດ​ອາ​ຊຽນ​ໃນ​ແຕ່ລະ​ປີ ​ເຊິ່ງ​ເດີມ​ກຳນົດ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ​ແຕ່ລະ 2 ຫຼື 3 ປີ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ ​ແລະ ອາ​ຊຽນກັບປະ​ເທດ​ຄູ່​ສົນທະນາ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ລັດທິ​ກໍ່​ການ​ຮ້າຍ​ແຜ່​ຂະຫຍາຍ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ຖະ​ແຫຼງການ​ລະບຸ​ວ່າ: ບັນດາ​ປະ​ເທດ​ໃນ​ອາ​ຊຽນສະໜັບສະໜູນລັດຖະບານ​ຟິລິບ​ປິນ​ໃຊ້​ການ​ເຄື່ອນ​ໄຫວ​ການ​ທະຫານ​​​ເພື່ອ​ປາບ​ປາມ​ກຸ່ມ​ກໍ່​ການ​ຮ້າຍ​ຢູ່​​ເມືອງມາລາ​ວີ ທາງ​ພາກ​ໃຕ້​ຟິລິບ​ປິນ ​ແລະ ​ເນັ້ນຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ຄວາມ​ໝັ້ນຄົງ​​ໃນ​ພາກ​ພື້ນ ​ໂດຍ​ຜ່ານ​ການຊົ​ມ​ໃຊ້​ຂ່າວ​ລັບຮ່ວມ​ກັນ, ​ເພີ່ມ​ທະວີ​ການ​ຕິດຕາມ​ຄວບ​ຄຸມ, ​​ເສີມ​ສ້າງ​ຈິດ​ສຳນຶກ​ຕໍ່​ຄວາມ​ໝັ້ນຄົງ​ໃຫ້​ສາທາລະນະ​ຊົນ ​ແລະ​ອື່ນໆ.

ຖະ​ແຫຼງການ​ຍັງ​ລະບຸ​ຕື່ມ​ວ່າ: ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຂອງປະ​ເທດ​ຕ່າງໆ​ໃນ​ອາ​ຊຽນຄວນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຮັກສາ​ຄວາມ​ທຸ່ນ​ທ່ຽງແລະ​ຄວາມ​ອົດ​ກັ້ນ ​ເພື່ອຫຼີກ​ເວັ້ນການ​ນຳ​ໃຊ້​ການ​ເຄື່ອນ​ໄຫວ​ໃດໆ​ ທີ່ອາດ​ຈະ​ສົ່ງ​ຜົນ​ເຮັດ​ໃຫ້​ສະຖານະ​ການ​​ເຄັ່ງ​ຕຶງ​ຂຶ້ນຕື່ມ ​ແລະ ຈັດຕັ້ງປະຕິບັດ "ຖ​ະ​ແຫຼງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້"ຢ່າງ​ມີ​ປະສິດທິ​ຜົນ​ຮອບດ້ານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ