ອິນ​ໂດ​ເນ​ເຊຍ​ເປີດ​ສູນ​ອົບຮົມ​ພາສາ​ຈີນ​ທ່ອງ​ທ່ຽວ​ຢູ່​ເກາະ​ບາຫຼີ
2017-10-24 15:52:53  cri 

ອິນ​ໂດ​ເນ​ເຊຍ ​ໄດ້​ເປີດ​ "ສູນ​ອົບຮົມ​ພາສາ​ຈີນ​ທ່ອງ​ທ່ຽວ" ​ແຫ່ງ​ທຳ​ອິດ​ຢູ່​ເກາະ​ບາຫຼີ​ໃນ​ວັນ​ທີ 23 ຕຸລາ​ນີ້.

ທ່ານ​ເສີນ​ເວິ​ຍ ຮອງ​ຫົວໜ້າ​ສະຖານກົງສຸນ​​ໃຫຍ່​ຈີນ​ປະຈຳ​ເດນ​ປາ​ຊາ ( Denpasar) ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ທັງ​ກ່າວ​ປາ​ໄສ​ໃນ​ພິທີ​ເປີດ​ວ່າ: ການ​ສ້າງ​ສູນ​ອົບຮົມ​ພາສາ​ຈີນ​ທ່ອງ​ທ່ຽວ ຈະ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຕໍ່​ການ​ແລກປ່ຽນ​ທາງ​ພາສາ​ລະຫວ່າງ​ປະຊາຊົນ​ສອງ​ຊາດ.

ສູນ​ດັ່ງກ່າວ​ແມ່ນ​ມະຫາວິທະຍາ​ໄລ​ຮາ​ຊານູດິນ, ມະຫາວິທະຍາ​ໄລ​ອູ​ດາ​ຢາ​ນາ ຂອງ​ອິນ​ໂດ​ເນ​ເຊຍ ​ແລະ ສະ​ຖາ​ບັນ​ຂົງຈື້ ມະຫາວິທະຍາ​ໄລຮາ​ຊານຸ​ດິນ ຮ່ວມ​ກັນ​ສ້າງຕັ້ງຂຶ້ນ ​ໂດຍ​ຈະ​ເປີດ​ຊຸດ​ອົບຮົມ​ພາສາ​ຈີນ​ສັງ​ລວມ ​ແລະ ຊຸດ​ອົບຮົມ​ພາສາ​ຈີນປະຍຸກ ຢູ່​ໃນ​ມະຫາວິທະຍາ​ໄລ​ອູ​ດາ​ຢາ​ນາ, ຮ່ວມ​ມື​ກັບ​ຂະ​ແໜງ​ການທ່ອງທ່ຽວ​ເກາະ​ບາຫຼີ ​ເພື່ອ​ອົບຮົມ​ພາສາ​ຈີນ​ທີ່​ສົມ​ຄູ່​ກັນ​ໃຫ້​ແກ່​ຜູ້​ປະກອບ​ການ​ໃນບໍລິສັດ​ທ່ອງ​ທ່ຽວ, ​ໂຮງ​ແຮມ, ອົງການ​ບໍລິການ​ທ່ອງ​ທ່ຽວ ​ແລະ ອົງການ​ຄຸ້ມ​ຄອງ​ທ່ອງ​ທ່ຽວ ທີ່ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈີນ. ພ້ອມ​ກັນນັ້ນ, ຍັງ​ຈະ​ສົ່ງ​ນັກວິຊາການມາ​ບັນຍາຍ​​ແລກປ່ຽນວິຊາ​ການ​ເຊິ່ງກັນ​ແລະ​ກັນ, ສົ່ງ​ຄູສອນ​ແລະ​ນັກຮຽນ​​ໃນ​ວິຊາ​ທ່ອງ​ທ່ຽວ​ໄປ​ແລກປ່ຽນ​ແລະ​ຮ່ຳຮຽນ​ເຊິ່ງກັນ​ແລະ​ກັນ​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ