ນັກ​ສຶກ​ສາ​ທີ່ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ​ລະ​ດົມ​ທຶນ 2 ລ້ານ​ຢວນເປີດ​ຮ້ານ​ຂາຍ​ປື້ມ​ຢູ່​ໃນ​ສາງ​ລົດ​ໃຕ້​ດິນ
2017-10-24 17:41:30  cri 


ຢູ່​ເມືອງ​ທ້າຍຢວນ​ແຂວງ​ຊ່ານ​ຊີ່​ຂອງ​ຈີນ​ໄດ້​ມີ​ຮ້ານ​ຂາຍປື້ມ​ທີ່​ຊື່​ວ່າ "ຕາວ​ຊ້າງ​ຊູ່​ຕ້ຽນ" ມີ​ປື້ມປະ​ເພດ​ຕ່າງໆ​ ລູກ​ຄ້າ​ສາ​ມາດ​ໄປ​ອ່ານ​ແລະ​ຊື້​ປື້ມ​ໃນ​ຮ້ານ​ໄດ້. ຮ້ານ​ຂາຍ​ປື້ມ​ດັ່ງ​ກ່າວ​ສ້າງ​ຂຶ້ນ​ໂດຍ ທ້າວ​ລູ​ຫົງເຢິນ ນັກ​ສຶກ​ສາ​ທີ່​ຈົບ​ຈາກມະ​ຫາ​ວິ​ທະ​ຍາ​ໄລ​ຊ່ານ​ຊີ່​ໃນ​ປີ 2016 ຜ່ານ​ການ​ລະ​ດົມ​ທຶນ​ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ໄດ້ 2 ລ້ານຢວນ, ທ້າ​ວ​ ລູ​ຫົງ​ເຢິນ ​ໄດ້​ສ້າງ​ສາງ​ລົດ​ໃຕ້​ດິນ​ແຫ່ງ​ໜຶ່ງ​ເປັນ​ຮ້ານ​ຂາຍ​ປື້ມ​ແລະ​ເປີດ​ບໍ​ລິ​ການ 24 ຊົ່ວ​ໂມງ, ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ຈັດ​ສັນ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ຜູ້​ອ່ານ​ເທົ່າ​ນັ້ນ, ຍັງ​ສາ​ມາດ​ບັນ​ລຸ​ຄວາມ​ຝັນ​ຂອງ​ຕົນ​ທີ່​ຢາກ​ເປີດ​ຮ້ານ​ຂາຍ​ປື້ມ​ຕອນ​ຍັງ​ເປັນ​ນັກ​ສຶກ​ສາ​ອີກ​ດ້ວຍ.
1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ