ການ​ຍົກ​ລະ​ດັບ​ແລະ​ຫັນ​ປ່ຽນຮູບ​ແບບ​ພັດ​ທະ​ນາ​ກະ​ສິ​ກຳ​ດ້ວຍເຂດ​ພັດ​ທະ​ນາ​ກະ​ສິ​ກຳ​ຄົບ​ວົງ​ຈອນຢູ່​ເມືອງ​ຢູ​ຕູ່​ແຂວງ​ຈ່ຽງ​ຊີ່​
2017-10-24 17:45:04  cri 


ໃນ​ຊຸມ​ປີ​ຜ່ານ​ມາ, ເມືອງ​ຢູ​ຕູ່ຢູ່ພາກ​ໃຕ້​ແຂວງ​ຈ່ຽງ​ຊີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທ່າ​ແຮງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ຫັນ​ເປັນ​ກະ​ສິ​​ກຳ​ແບບ​ທັນ​ສະ​ໄໝ, ສຸມ​ໃສ່​ສ້າງ​ເຂດ​ພັດ​ທະ​ນາ​ກະ​ສິ​ກຳ​ຄົບ​ວົງ​ຈອນທີ່​ປະ​ກອບ​ດ້ວຍ​ກະ​ສິ​ກຳ​ຫົວ​ຄິດ​ປະ​ດິດ​ສ້າງ,ການ​ອອກ​ແບບ​ກະ​ສິ​ກຳ,ການ​ສຳ​ຜັດ​ການ​ປູກ​ຝັງ​ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ,ຜ່ານ​ຮູບ​ແບບ​ທີ່ "ລັດ​ຖະ​ບານບວກ​ກັບ​ວິ​ສາ​ຫະ​ກິດ​ແລະ​ສະ​ຫະ​ກອນ", ອີງ​ໃສ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ດ້ານ​ກະ​ສິ​ກຳ​ຂອງວິ​ສາ​ຫະ​ກິດ,ຮັບ​ເອົາ​ການ​ປະ​ກອບ​ອາ​ຊີບ​ຈາກ​ຄອບ​ຄົວ​ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດ ຂະ​ນະ​ທີ່​ຜະ​ລິດ​ກະ​ສິ​ກຳ​ໃນ​ຮູບ​ແບບ​ນີ້, ກໍ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຢູ່​ເມືອງ​ອ້ອມ​ຂ້າງ​ມາ​ທ່ຽວ, ສາ​ມາດ​ສ້າງ​ມູນ​ຄ່າ​ເພີ່ມ​ດ້ານ​ກະ​ສິ​ກຳ,ກາຍ​ເປັນ​ຊ່ອງ​ທາງ​ໃໝ່ທີ່​ສ້າງ​ຄວາມ​ຮັງ​ມີ​ໃຫ້​ແກ່ຊາວ​ກະ​ສິ​ກອນ​ທ້ອງ​ຖິ່ນ​ອີກ​ດ້ວຍ.
1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ