ອີ​ຣານ​ຈະ​ເປີດ​ບໍ​ລິ​ການ​​ຍົນ​ຂະ​ໜາດ​ນ້ອຍ
2017-10-24 17:00:19  cri 
ຂ່າວ​ສານ​ອີ​ຣານ​ລາຍ​ງານ​ວ່າ, ອີ​ຣານ​ຈະ​​ເລີ່ມ​ບໍ​ລິ​ການ​ໂດຍ​ສານ​ຍົນ​ນ້ອຍ​ໃນ 2 ເດືອນ​ຕໍ່​ໜ້າ.

ທ່ານ​ເມັດ​ດິ ​ຣາ​ຊາ​ສ, ຜູ້​ຮັບ​ຜິດ​ຊອບ​ສະ​ໜາມ​ບິນ​ໂບ​ສ​ນົວ​ດ໌​ແຂວງ​ໂຄ​ຣະ​ຊັນ​ເໜືອ​ທີ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ອີ​ຣານ​ກ່າວ​ໃນ​ວັນ​ທີ 23 ຕຸ​ລາ​ນີ້​ວ່າ, ສະ​ໜາມ​ບິນ​ຂອງ​ຕົນ​ໄດ້​ຈັດ​ຊື້​ເຮືອ​ບິນ​ນ້ອຍ​ສອງ​ລຳ​ທີ່​ມີ​ບ່ອນ​ນັ່ງ 4 ບ່ອນ, ແລະ​ຈະ​ເລີ່ມ​ເປີດ​ບໍ​ລິ​ການ​ຮັບ​ເໝົາ​ໃນສອງ​ເດືອນ​ຕໍ່​ໜ້າ, ການບໍ​ລິ​ການ​ດັ່ງ​ກ່າວ​ແມ່ນ​ບໍ​ລິ​ການ​ຄົມ​ມະ​ນາ​ຄົມ​ອີກ​ຮູບ​ແບບ​ໜຶ່ງ​ລະ​ຫວ່າງ​ຕົວ​ເມືອງ, ສາ​ມາດ​ເປີດ​​ຖ້ຽວ​ບິນ​ໄດ້​ທຸກ​ເວ​ລາ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ, ແລະ​ຖ້ຽວ​ບິນ​ດັ່ງ​ກ່າວ​ຈະ​ໃຊ້​ ​ທາງ​ແລ່ນ​​ພຽງສັ້ນໆ​ເທົ່າ​ນັ້ນ.

​ທ່ານ​ເມດ​ດິ​ກ່າວ​ຕື່ມ​ວ່າ, ​ການບໍ​ລິ​ການ​ແບບ​ນີ້​​ເປັນ​ເລື່ອງ​ປົກ​ກະ​ຕິ​ຢູ່​ອາ​ເມ​ລິ​ກາ, ກາ​ນາ​ດາ​ແລະ​ປະ​ເທດ​ເອີ​ລົບ, ​ດັ່ງ​ນັ້ນ​ອີ​ຣານ​ກໍ​ຈະ​ທົດ​ລອງ​ເລີ່ມ​ເປີດ​ບໍ​ລິ​ການ​ດັ່ງ​ກ່າວ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ