ລັດ​ຖະ​ມົນ​ຕີ​​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ຊຽນ​ພົບ​ປະ​ກັນ​ບໍ່​ເປັນ​ທາງ​ການ​ຄັ້ງ​ທີ 7 ​ທີີ່​ຟີ​ລິບ​ປີນ
2017-10-24 17:01:32  cri 
ການ​ພົບ​ປະ​ກັນ​​ບໍ່​ເປັນ​ທາງ​ການ​ຂອງລັດ​ຖະ​ມົ​ນ​ຕີ​ປ້ອງ​ກັນປະ​ເທດ​ຈີນ-ອາ​ຊຽນ​ຄັ້ງ​ທີ 7 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຄ​ລັກ​ປະ​ເທດ​ຟີ​ລິບ​ປີນ​ໃນ​ຕອນ​ບ່າຍ​ວັນ​ທີ 23 ຕຸ​ລາ​ນີ້, ທ່ານ​​ຊາງວ້ານ​ຊວນ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ແລະ​ລັດ​ຖະ​ມົນ​ຕີປ້ອງ​ກັນ​ປະ​ເທດ​ຂອງ 10 ປະ​ເທດ​ອາ​ຊຽນ​​ເຂົ້າ​ຮ່ວມ.

ທ່ານ​​ຊາງວ້ານ​ຊວນ​ກ່າວ​ວ່າ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ທີ່​ພວມ​ດຳ​ເນີນ​ນັ້ນ​ແມ່ນກອງ​ປະ​ຊຸມ​ຄັ້ງ​ໜຶ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະສຸດທ້າຍ​ແຫ່ງ​ການ​ສ້າງ​ສັງ​ຄົມ​ອິ່ມ​ໜຳ​ສຳ​​ລາ​ໃຫ້​ສຳ​ເລັດນ​ຮອບ​ດ້ານ​ແລະ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີ​ນ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່. ຈີນ​ແລະ​ປະ​ເທດ​ອາ​ຊຽນ​ເປັນ​ປະ​ເທດ​ໃກ້​ຄຽງ​ແລະ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ, ແມ່ນ​​ຄູ່ຮ່ວມ​ຊະ​ຕາ​ກຳ​​ນຳ​ກັນ. ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມແນ​ວ​ຄິດການ​ຕ່າງ​ປະ​ເທດ​ອ້ອມ​ຂ້າງ​ທີ່​ສະ​ເໜີ​ໂດຍ​ທ່ານ​ປະ​ທານ​ສີ​ຈິ້ນ​ຜີງ​ທີ່ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ, ຄວາມ​ຈິງ​ໃຈ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ກວມ​ລວມ, ຕັ້ງ​ໜ້າ​ແລກ​ປ່ຽນ​ແລະ​ຮ່ວມ​ມື​​ໃນ​ຫຼາຍ​ຂົງ​ເຂດ​ແລະ​ຫຼາຍ​ລະ​ດັບກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ງາມ​ແລະປອດ​ໄພ​ໃຫ້​ແກ່​ການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ເພື່ອ​ສ້າງ​ແລະປະ​ກອບ​ສ່ວນ​ຫຼາຍກວ່​າ​ເກົ່າ​ໃຫ້​ແກ່​​ຄູ່ຮ່ວມ​ຊະ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​​ແໜ້ນ​ແຟ້ນກວ່າ​ເກົ່າ.

​ໂອ​ກາດ​ນີ້ຜູ້​ນຳ​ປ້ອງ​ກັນ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ກໍ​ໄດ້​ຊົມ​ເຊີຍກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປ​ນະເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ໄດ້​ໄຂ​ຂຶ້ນ​ຢ່າງ​ມີ​ໄຊ, ​ຍ້ອງ​ຍໍຊົມ​ເຊີຍ​ການປະ​ກອບ​​ສ່ວນຂອງ​ຈີນ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ​ພ້ອມ​ກັນ​ນີ້, ອາ​ຊຽນ​ກໍ​ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ທາງ​ຍຸດ​ທະ​ສາດ​ກັບ​ຈີນ, ລົງ​ເລິກ​ການ​ຮ່ວມ​ມືຕົວ​ຈິງ​ໃນ​ຂົງ​ເຂດ​​ປ້ອງ​ກັນ​ຊາດ​ແລະ​ຮັກ​ສາຄວາມ​ໝັ້ນ​ຄົງ, ຮ່ວມ​ກັນ​ຮັກ​ສາ​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພ​າກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ