alipayເຂົ້າ​ຕະຫຼາດ​ດານ​ມາກ
2017-10-24 13:09:31  cri 
ວັນ​ທີ 23 ຕຸລາ​ນີ້, ພາຍຫຼັງ​ເຂົ້າ​ຕະຫຼາດ​ນັອກ​ແວ, ຊູ​ແອັດ ​ແລະ​ແຟງ​ລັງ alipay​​ໄດ້​ເຂົ້າ​ດານ​ມາກ​ຢ່າງ​ເປັນ​ທາງ​ການ​, ສືບ​ຕໍ່​ເປີດ​ກວ້າງ​ທຸລະ​ກິດ​ໃນຕະຫຼາດ​ເອີ​ຣົບ​ເໜືອ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນທີ່​ເດີນທາງ​ໄປ​ທ່ຽວ​ປະ​ເທດ​ເອີຣົບ​ເໜືອ.

ທ່ານ​ຈ່າງ​ເຈ ຜູ້ກໍ່​ຕັ້ງຮ່ວມ​ຂອງ​ບໍລິສັດAPay Nordic ທີ່​ເປັນ​ຄູ່​ຮ່ວມ​ມື​ຢູ່​ພາກ​ພື້ນເອີຣົບເໜືອ​​ຂອງ​alipayກ່າວ​ວ່າ: ​alipayເຂົ້າ​ຕະຫຼາດດານ​ມາກ​ບໍ່​ພຽງ​ແຕ່​ສາມາດ​ສະໜອງ​ວິທີ​ຈ່າຍ​ເງິນ​ໃໝ່​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ຢູ່​ດານ​ມາກ​ເທົ່າ​ນັ້ນ, ຍັງ​ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ​​ດານມາກ​ເປີດ​ກວ້າງ​ຕະຫຼາດ​ຈີນ​ໄດ້ອີກ​ດ້ວຍ.

ນັບ​ແຕ່​alipay​ເຂົ້າ​ຕະຫຼາດ​ເອີຣົບ​ເປັນ​ຕົ້ນ​ມາ, ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ ​ແລະ​ຄວາມ​ນິຍົມ​ຈາກ​ຄູ່​ຮ່ວມ​ມື ​ແລະ​ຜູ້​ປະກອບ​ການ​ຕ່າງໆ, ພ້ອມ​ທັງ​ໄດ້​ຮັບການ​ສະໜັບ​ສະ​ໜູນ​ຂອງ​ລັດ​ຖະບານບັນດາ​ປະ​ເທດ​​ເອີຣົບ​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ