ເຈົ້າ​ໜ້າ​ທີ່ 6 ປະ​ເທດ​ອາ​ຊີ-​ອາ​ຟ​ຣິ​ກາ​ຍົກ​ລະ​ດັບ​ເຕັກ​ນິກການ​ສະ​ສົມ​ທັນ​ຍາຫານ
2017-10-25 12:27:10  cri 
ເຈົ້າ​ໜ້າ​ທີ່​ເຕັກ​ນິກ​ແລະ​ຄຸ້ມ​ຄອງ​​ທັນ​ຍາ​ຫານ 15 ທ່ານ​ຈາກ 6 ປະ​ເທດ​ອາ​ຊີ​ແລະ​ອາ​ຟຣິ​ກາ​​ຄື: ສີ​ລັງ​ກາ, ກາ​ເມີ​ຣູນ, ນີ​ເຊ, ອູ​ກັນ​ດາ, ຕັງ​ຊາ​ນີ​ແລະຊິມ​ບາ​ເວໄດ້​ຍົກ​ລະ​ດັບ​ເຕັກ​ນິກການ​ສະ​ສົມ​ທັນ​ຍາຫານ​ຢູ່​ເມືອງ​ເສິງ​ຕູ່​ແຂວງ​ເສ​ສວນ ສ​ປ ຈີນໃນ​ວັນ​ທີ 24 ຕຸ​ລາ​ນີ້.

ການ​ຍົກ​ລະ​ດັບ​ເທື່ອ​ນີ້​​ເປັນ​ການ​ຮ່ວມ​ມື​ຈັດ​ຂຶ້ນ​ລະ​ຫວ່າງ​ກົມ​ສະ​ບຽງ​ອາ​ຫານ​ແຫ່ງ​ຊາດ​ຈີນ​ແລະ​ຫ້ອງ​ການການ​ແຜນການ​ທັນ​ຍາ​ຫານ​ໂລກສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ຈີນ, ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃຕ້ໆ, ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ໃຫ້​ມີ​ບົດ​ຮຽນ​ແລະ​ເຕັກ​ນິກ​ໃນ​ການ​ສະ​ສົມ​ທັນ​ຍາ​ຫານ​ແລະ​ຫຼຸດ​ຜົນ​ເສຍ​ຫາຍ​ຫຼັງ​​ການ​ຜະ​ລິດ, ​ທັງຍົກ​ສູງ​ປະ​ສິ​ດ​ທິ​ພາບ​ການ​ປຸງ​ແຕ່ງ​ທັນ​ຍາ​ຫານ​ແລະ​ຊຸກ​ຍູ້​ໃຫ້​ຄອບ​ຄົວ​ຊາວ​ນາ​ເຂົ້າ​ເຖິງ​ຕະ​ຫຼາດ.

ທ່ານ​ຈ່າງ​ຊູ​ຕຸ່ງ ຫົວ​ໜ້າ​ພະ​ແນກ​ທັນ​ຍາ​ຫານ​ແຂວງ​ເສ​ສວນ​ກ່າວ​ວ່າ, ການ​ຍົກ​ລະ​ດັບ​ຄັ້ງ​ນີ້​​ເປັນ​ການ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ດຳ​ເນີນ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຟ​ຣິ​ກາ​ແລະ​ການ​ຮ່ວມ​ມື​ໃຕ້ໆ, ​ແລະ​ໃນ"ຕໍ່​​ໜ້າ​ພວກ​ເຮົາ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ແລກ​ປ່ຽນ​ແບບ​ລົງ​ເລິກ​ແລະ​​ເນັ້ນ​ຫົວ​ຂໍ້​ສະ​ເພາະ​ພາຍ​ໃຕ້​ຂອບ​ພັດ​ທະ​ນາ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ໃຕ້ໆ​ຂອງອົງການ​ແຜນທັນ​ຍາ​ຫານ​ໂລກຂອງ​ສະ​ຫະ​ປະ​ຊາ​ຊາດ, ​ປະ​ກອບ​ສ່ວນເພື່ອ​ພັດ​ທະ​ນາ​ເຕັກ​ນິກ​ສະ​ສົມ​ແລະ​ຄຸ້ມ​ຄອງ​ທັນ​ຍາ​ຫານ​ໃຫ້​ແກ່​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ