ທ່ານ​ສີ​ຈິ້ນ​ຜິ​ງ: ຕັ້ງໜ້າຊຸກຍູ້ການສ້າງ​ປະຊາ​ຄົມ​ຮ່ວມຊະຕາ​ກຳມວນ​ມະນຸດ
2017-10-25 14:51:23  cri 
ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ໃນ​ວັນ​ທີ 25 ຕຸລາ​ນີ້​ວ່າ: ນັບ​ແຕ່​ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງພັກ​ກອມ​ມູນິດ​ຈີນຄັ້ງ​ທີ 19 ​​ໄຂ​ຂຶ້ນ​ເປັນ​ຕົ້ນ​ມາ, ມີພັກ​ການ​ເມືອງ​ສຳຄັນ 452ພັກ​ຈາກ 165 ປະ​ເທ​ດໄດ້​​ສົ່ງໂທລະ​ເລກ ຫຼື ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ 855 ສະບັບ. ​ໃນນີ້ 814 ສະບັບ​ສົ່ງມາ​ຈາກປະມຸກ​ລັດ, ຫົວໜ້າລັດຖະບານ, ຜູ້ນຳພັກ​ການ​ເມືອງ ​ແລະ​ອົງການ​ຈັດ​ຕັ້ງ​ສຳຄັນ. ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ສູ​ນກາງພັກ​ກອມ​ມູນິດ​ຈີນ​ສະ​ແດງ​ຄວາມຂອບ​ໃຈ​ຢ່າງ​ຈິງ​​ໃຈ. ທ່ານ​ກ່າວ​ວ່າ: ພັກກອມ​ມູນິດ​ຈີນ ​ແລະ​ປະຊາຊົນ​ຈີນ​ໄດ້​ຜ່ານ​ຜ່າຄວາມ​ທໍລະ​ຫົດ​ອົດທົນ ສະ​ນັ້ນ, ຈຶ່ງ​ຮູ້​ດີ​ຕໍ່​ຄວາມປະ​ເສີດ​ຂອງ​ສັນຕິພາບ ​ແລະ​ຄຸນຄ່າ​ຂອງ​ການ​ພັດ​ທະນາ. ປະຊາຊົນ​ຈີນ​ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ​​ເຄົາລົບ​ຕົນ​ເອງ, ຈະ​ຮັກສາ​ສິດ​ອຳນາດອະທິປະ​ໄຕ​, ຄວາມ​ໝັ້ນຄົງ ​ແລະ​ຜົນ​ປະ​ໂຫ​ຍດດ້ານການ​ພັດທະນາຂອງ​ຊາດຢ່າງ​​ເດັດດ່ຽວ ຂະນະ​ດຽວ​ກັນ​ກໍຈະ​ຕັ້ງໜ້າ​ຊຸກຍູ້​ການສ້າງປະຊາ​ຄົມຮ່ວມ​ຊະຕາກຳ​ມວນ​ມະນຸດ, ປະກອບສ່ວນ​ໃໝ່​​ຫຼາຍ​ກວ່າ​ເກົ່າ​ເຂົ້າໃນພາລະກິດ​ອັນ​ສູ​ງສົ່ງ​ໃນ​ການຮັກສາສັນຕິພາບ ​ແລະ​ການ​ພັດທະນາ​ຂອງ​ມວນ​ມະນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ