​ເລ​ຂາ​ທິການ​ໃຫຍ່​ສປຊຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດຮ່ວມ​ຮັບ​ມື​ກັບສິ່ງ​ທ້າ​ທາຍ​ລັກສະນະ​ທົ່ວ​ໂລກ
2017-10-25 16:13:57  cri 
ວັນ​ທີ 24 ຕຸລາ​ນີ້, ທ່າ​ນອັນ​​ໂຕນີ​ໂອ ກຸ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະ​ຫະປະຊາ​ຊາດ​ກ່າວ​ປາ​ໄສ​ໃນ​ວັນ​ອົງການ​ສປຊ ​ໂດຍຮຽກຮ້ອງ​ໃຫ້​ປະຊາຊົນ​ບັນດາ​ປະ​ເທດຮ່ວມ​ກັນ​ຮັບ​ມື​ກັບສິ່ງ​ທ້າ​ທາຍ​ລັກສະນະ​ທົ່ວ​ໂລກ​.
ທ່ານ​ກ່າວ​ວ່າ: ​ໂລກພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ເຊັ່ນ: ການປະ​ທະ​ກັນ ​ແລະຄວາມ​ບໍ່ກ້ຳ​ເກິ່ງ​ທີ່​ເກີດ​ຂຶ້ນ​ຮ້າຍ​ແຮງ​​ເລື້ອຍໆ, ອາກາດ​ບໍ່​ດີ ​ແລະ​​ໄພ​ຂົ່ມຂູ່​ຂອງ​ອາວຸດນິວ​ເຄຼຍ. ປັດຈຸບັນ, ພວກ​ເຮົາ​ມີ​ເຄື່ອງມື ​ແລະທຶນຮອນ​ພຽງພໍ​ໃນ​ການ​ຮັບ​ມືກັບ​ສິ່ງ​ທ້າ​ທາຍ​ດັ່ງກ່າວ ​ແຕ່​ຕ້ອງມີ​ຈຸດປະສົງ​ຄື​ກັນ. ຈາກ​ນີ້​ຈຶ່ງ​ຂໍ​ຮຽກຮ້ອງ​ໃຫ້​ປະຊາຊົນ​ບັນດາ​ປະ​ເທດ​ຮ່ວມ​ກັນ​ສ້າງ​ໂລກ​ແຫ່ງ​ສັນຕິ​ພາບ, ຍຸຕິ​ທຳ ​ແລະ​ຍືນ​ຍົງ.
ວັນ​ທີ 24 ຕຸ​ລາ​ປີ 1945, ກົດ​ບັດຂອງອົງການ​ສະຫະ​ປະຊາ​ຊາດ​ມີ​ຜົນ​ບັງຄັບ​ໃຊ້ ​ແລະ​ອົງການ​ສປຊ​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ກອງ​ປະຊຸມ​ອົງການ​ສປຊ​ໄດ້​ຮັບຮອງ​ເອົາ​ມະຕິ​ໃນ​ປີ 1947 ​ໂດຍກຳ​ນົດ​ເອົາ ຕຸລາ​ເປັນ​ວັນ​ອົງການ​ສປຊ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ