ໄຂ​ກອງ​ປ​ະ​ຊຸມ​ການ​ຮ່ວມ​ມື​ປາບ​ປາມ​ຢາ​ເສບ​ຕິດ​ຈີນ-ອິນ​ໂດ​ເນ​ເຊຍ​ຄັ້ງ​ທຳ​ອິດ​ຢູ່​ຈາ​ກາ​ຕາ
2017-10-25 13:27:43  cri 
    ​ກອງ​ປ​ະ​ຊຸມ​ການ​ຮ່ວມ​ມື​ປາບ​ປາມ​ຢາ​ເສບ​ຕິດ​ລະ​ຫວ່າງ​ສອງ​ຝ່າຍຈີນ-ອິນ​ໂດ​ເນ​ເຊຍ​ຄັ້ງ​ທຳ​ອິດ​ ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍໃນ​ວັນ​ທີ 24 ຕຸ​ລານີ້.

    ໂອ​ກາດ​ດັ່ງ​ກ່າວ, ຜູ້​ຕາງ​ໜ້າ​ສອງ​ຝ່າຍ ໄດ້​​ແຈ້ງສະ​ພາບ​ການຫຼ້າ​ສຸດ​ ແລະ ມາດ​ຕະ​ການ​ຕົ້ນ​ຕໍ​ໃນວຽກ​ງານ​ປາບ​ປາມ​ຢາ​ເສບ​ຕິດຂອງ​ປະ​ເທດ​ຕົນ ທັງໄດ້​ແລກ​ປ່ຽນ​ແລະ​ປຶກ​ສາ​ຫາ​ລື​ ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ເຊັ່ນ: ການ​ສ້າງ​ກົນ​ໄກ​ພົບ​ປະ​ປະ​ຈຳ​ປີ, ການ​ສ້າງ​ສາຍ​ດ່ວນ​ຕິດ​ຕໍ່​ພົວ​ພັນ, ການກວດ​ກາ​ຢາ​ເສບ​ຕິດ, ການ​ຕ້ານ​ການ​ຟອກ​ເງິນ, ການ​ຊ່ວຍ​ເຫຼືອ​ຍົກ​ລະ​ດັບ​ເຈົ້າ​ໜ້າ​ທີ່​ວິ​ຊາ​ການ ແລະ ການ​ປົກ​ປ້ອງ​ສິດ​ທິ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ຕ້ອງ​ຫາ​ຢາ​ເສບ​ຕິດ​ສັນ​ຊາດ​ຈີນ​ທີ່​ຖືກ​ກັກ​ຂັງ​ຢູ່​ອິນ​ໂດ​ເນ​ເຊຍ ທັງ​ໄດ້​ກ້າວ​ເຖິງ​ຂັ້ນ​​ການ​ຮ່ວມ​ມື​ທີ່​ສຳ​ຄັນ​ຕ່າງໆ.

    ຫຼັງ​ກອງ​ປະ​ຊຸມ, ສອງ​ຝ່າຍໄດ້​ລົງ​ນາມ​ໃນ "ແຜນ​ການ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ການ​ເສີມ​ສ້າງ​ການ​ຮ່ວມ​ມື​ປາບ​ປາມ​ຢາ​ເສບ​ຕິດ ລະ​ຫວ່າງ​ກົມ​ປາບ​ປາມ​ຢາ​ເສບ​ຕິດ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ທ​າ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ແລະ ຄະ​ນະ​ກຳ​ມະ​ການ​ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​​ອິນ​ໂດ​ເນ​ເຊຍ".

    ທັງ​ນີ້ ສອງ​ຝ່າຍ ໄດ້​ປຶກ​ສາ ແລະ ຕົກ​ລົງ​ວ່າ, ຈະ​ປັບ​ປຸງ​ບູ​ລະ​ນະ ແລະ ເສີມ​ສ້າງ​ກົນ​ໄກ​ການ​ຮ່ວມ​ມື​ຕື່ມ​ອີກ ເພື່ອເຮັດ​ໃຫ້ການ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ສອງ​ປະ​ເທດ ກໍ​ຄື ຂອງ​ພາກ​ພື້ນ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ດີ​ກວ່າ​ເກົ່າ​ຢ່າງ​ແທ້​ຈິງ ແລະ ຮ່ວມ​ກັນ​ຊຸກ​ຍູ້​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ