ກອງ​ປະ​ຊຸມ​ປະ​ທານ​ສານ​ສູງ​ສຸດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຈັດ​ຂຶ້ນ​ຢູ່​ຕັ​ສສ​ເກັນ
2017-10-26 15:08:00  cri 
ກອງ​ປະ​ຊຸມ​ປະ​ທານ​ສານ​ສູງ​ສຸດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​​ຄັ້ງ​ທີ 12 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຕັ​ສ​ເກັນ​ປະ​ເທດ​ອຸ​ສ​ເບ​ກິ​ສະ​ຖານ​ໃນວັນ​ທີ 25 ຫາ​ 26 ຕຸ​ລາ​ນີ້.

ໃນ​ໄລ​ຍະ​ກອງ​ປະ​ຊຸມ, ປະ​ທານແລະ ຮອງ​ປະ​ທານ​ສານ​ສູງ​ສຸດ​ຈາກ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ແລກ​ປ່ຽນ​ຄວາ​ມ​ເຫັນ​ຢ່າງ​ເລິກ​ແລະ​ເປັນ​ເອ​ກະ​ພາບ​ກັນ​ໃນ 4 ຫົວ​ຂໍ້​ຄື: ການ​ປະ​ຕິ​ຮູບ​ລະ​ບົບ​ກົດ​ໝາຍ​ແລະ​ຕຸ​ລາ​ການ​ຂອງ​ປະ​ເທດ​ສະ​ມາ​ຊິກ, ຕໍ່​ຕ້ານ​ການ​​ເກນ​ຊາວ​ໜຸ່ມ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ກໍ່​ການ​ຮ້າຍ​ແລະ​ອົງ​ການ​ຫົວ​ຮຸນ​ແຮງ, ປັບ​ປຸງ​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ລົງ​ທຶນ​ລະ​ຫວ່າງ​ປະ​ເທດ​ສະ​ມາ​ຊິກ​ໃຫ້​ສົມ​ບູນ​ຂຶ້ນ, ຍົກ​ສູງ​ປະ​ສິດ​ທິ​ພາບ​ຕໍ່​ການ​ຊ່ວຍ​ເຫຼືອ​ດ້ານ​ກົດ​ໝາຍ​ແພ່ງ​ແລະ​​ອາ​ຍາລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ກອງ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື​ຮັບ​ຮອງ​ແລະ​ລົງ​ນາມ​ໃນຖະ​ແຫຼງ​ການ​ຮ່ວມກອງ​ປະ​ຊຸມ​ປະ​ທານ​ສານ​ສູງ​ສຸດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງ​ທີ 12.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ