ຄົ້ນ​ພົບ​ຄວາມ​ສວຍ​ງາມ​ຂອງ​ຊາດ​ຈາກອະ​ວະ​ກາດ
2017-10-26 18:32:28  cri 

"ບົດ​ລາຍ​ງານ​​ສຳ​ຫຼວດ​ພູມ​ສາດ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ​ແຂວງ​ຢຸນ​ນານ" ໄດ້​ເປີດ​ເຜີຍ​ຢູ່​ເມືອງ​ຄຸນ​ມິງ​ຫວ່າງ​ມໍ່ໆ​ມາ​ນີ້, ໂດຍການ​ສຳ​ຫຼວດ​ຄັ້ງ​ນີ້​ໄດ້​ໃຊ້​ເຕັກ​ນິກ​​ຢັ່ງ​ແທກ​ໄລ​ຍະ​ໄກ​ຈາກ​ອະ​ວະ​ກາດ​ແລະ​ອື່ນໆ, ​ນີ້​ແມ່ນພາບ​ທີ່ດາວ​ທຽມ​ຢັ່ງ​ແທກ​ໄລ​ຍະ​ໄກ​ຖ່າຍ​ຈາກ​ອະ​ວະ​ກາດ​ທີ່​ຫ່າງ​ຈາກ​ໜ້າ​ດິນ 400 ກວ່າກິ​ໂລ​ແມັດ. ໃນ​ການ​ສຳ​ຫຼວດ​ທາງ​ພູມ​ສາດ​ຄັ້ງ​ນີ້, ​ບັນ​ດາພະ​ນັກ​ງານ​ວິ​ຊາ​ການ​ຍັງ​ໄດ້​ສະ​ສົມ​ພາບ​ຢັ່ງ​ແທກ​ໄລ​ຍະ​ໄກ​ດ້ານ​ທຳ​ມະ​ຊາດ​ທີ່​ອັດ​ສະ​ຈັນ​, ​ດັ່ງຕົວ​ຢ່າງ​ຢູ່​ໃກ້​ເມືອງ​ຄຸນ​ມິງເໝືອນ​ດັ່ງ​ມີ  "ມັງ​ກອນ" ໂຕ​ໜຶ່ງ, "ຫົງ" ພວມ​ບິນ​ຢູ່​ເມືອງ​ຈ່າວ​ຖົ່ງ, "ຮູບ​ແຕ້ມ​ດ້ວຍ​ສີ​ນ້ຳ​ມັນ" ຕ່າງໆ​ທີ່​ຫຼາຍ​ສີ​ເຈືອ​ຈານ​ເຂົ້າ​ໃນ​ໜ້າ​ດິນ. ​ຈາກ​ນີ້​ບັນ​ດາ​ຊາວ​ເນັດ​ກໍ​ພາ​ກັນ​ໂພ​ສພາບ​ສວຍ​ງາມ​ທີ່​ຕົນ​ຖ່າຍ​ຢູ່​ບ້ານ​ເກີດ​ຫຼື​ໄປ​ທ່ອງ​ທ່ຽວ​ຢ່າງ​ຄຶກ​ຄັກ.

1  2  3  4  5  6  7  8  9  10  11  12  13  14  15  16  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ