ກ້າວ​ອີກ! ຜູ້​ໂດຍ​ສານ​ສາມາດ​ຟັງ​ເນື້ອ​ໃນ​ຕ່າງໆ​ໃນ​ປຶ້ມຢູ່​ລົດ​ໄຟ​ໃຕ້​ດິນ​ປັກ​ກິ່ງຈາກAPP​ເຕີ​ຕາວ
2017-10-26 16:56:09  cri 

​ມໍ່ໆ​ມາ​ນີ້, ​ລົດ​ໄຟ​ໃຕ້​ດິນ​ສາຍ 4 ​ປັກ​ກິ່ງ ​ໄດ້​ເປີດ​ບໍລິການ​ການ​ຟັງ​ເນື້ອ​ໃນ​ຕ່າງໆ​​ໃນ​ປຶ້ມ​ຈາກAPP​ເຕີ​ຕາວ​ໂດຍ​ເນັ້ນ​ສະ​ເພາະ​ຜູ້​ໂດຍສານ​ທີ່​ຂີ່​ລົດ​ໄຟ​​ໃຕ້​ດິນດ້ວຍສະ​ແກນQR Code​ໃນ​ຕູ້​ລົດ​ໄຟ ​ແລະ​ຈາກ​ນັ້ນ​ກໍ​ຈະ​ໄດ້​ຮັບ​ຟັງ​ຈາກAPP​ເຕີ​ຕາວ​ເປັນ​​ເວລາ 7 ມື້ ຂະນະ​ດຽວ​ກັນ​ ຜູ້​​ໃຊ້​ບໍລິການAPP​ເຕີ​ຕາວ​ຍັງມີ​ສິດ​ລຸ້ນຮັບ​ລາງວັນ​ເປັນຄຳ​ແທ່ງ 24K​ໃນ​ແຕ່​ລະ​ມື້ຕື່ມ​ອີກ.

ປັດຈຸບັນ​ນີ້, "APP​ເຕີ​ຕາວ" ​ມີ​ຜູ້​ໃຊ້​ບໍລິການຫຼາຍ​ກວ່າ 11 ລ້ານ​ຄົນ, ນອກຈາກ​ຟັງ​​ເນື້ອ​ໃນ​ຕ່າງ​​ໆ​ໃນ​ປຶ້​ມ​ປະຈຳ​ວັນ​ແລ້ວ, APP​ນີ້​ຍັງ​ມີ​ຜະລິດ​ຕະພັນ​ດີ​ເດັ່ນຕ່າງໆ ​ເຊັ່ນ: ຄໍ​ລຳຜູ້​ມີ​ຊື່​ສຽງ ​ແລະ​ອື່ນໆ ​ເພື່ອ​ແນະນຳ​ວິທີ​ການທີ່​ມີ​ປະສິດ​ທິ​ພາບ​​ສູງທາງອິນ​ເຕີ​ເນັດ​ໃຫ້ຜູ້ມັກຮຽນ​ຕະຫຼອດ​ຊີວິດ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ