ຫໍ​ສະ​ໝຸດ​ງາມ​ຢູ່ເຂດ​ພັດ​ທະ​ນາ​ໃໝ່​ປິ່ນ​ໄຫ​​ນະ​ຄອນ​ທຽນ​ສິນ
2017-10-27 18:13:30  cri 


ຫວ່າງມໍ່ໆ​ມາ​ນີ້, ຫໍ​ສະ​ໝຸດແຫ່ງ​ໜຶ່ງ​ຢູ່​ເຂດພັດ​ທະ​ນາ​ໃໝ່​ປິ່ນ​ໄຫນະ​ຄອນ​ທຽນ​ສິນ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບທີ່​ສຸດ​ຈາກ​​ບັນ​ດາຊາວ​ເນັດ​ຫຼັງ​ໄດ້​ມີ​ການ​ອອກ​ແບບ​ທາງ​ໃນທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ຕົນ. ການ​ອອກ​ແບບ​ທີ່ເຕັມ​ໄປ​ດ້ວຍ Sci-Fi ເຮັດ​ໃຫ້ບັນ​ດາ​ຊາວ​ເນັດ​ຕ່າງ​ກໍ​ເວົ້າ​ວ່າ : "ນີ້​ຈຶ່ງ​ແມ່ນ​ຂັ້ນ​ໄດ​ແຫ່ງ​ຄວາມ​ກ້າວ​ໜ້າ​ຂອງ​ມວນ​ມະ​ນຸດ" "ທະ​ເລ​ແຫ່ງ​ຄວາມ​ຮູ້​ເປັນ​ຄື​ແນວ​ນີ້​ນະ" "​ປ່ຽນ​ຄວາມ​ເຂົ້າ​ໃຈ​ຂອງ​ຂ້ອຍ​ໃນ​ບັນ​ຫາ​ນີ້".


ຫໍ​ສະ​ໝຸດ​ດັ່ງ​ກ່າວ​ເລີ່ມ​ເປີດບໍ​ລິ​ການ​ໃນ​ວັນ​ທີ 1 ຕຸ​ລາ​ນີ້ ໂດຍຕັ້ງ​ຢູ່​ເຂດ​ພັດ​ທະ​ນາ​ໃໝ່​ປິ່ນ​ໄຫ​​ນະ​ຄອນ​ທຽນ​ສິນ ແລະກໍ​ຖືກ​ເອີ້ນ​ວ່າ "ຕາ​ແຫ່ງ​ປິ່ນ​ໄຫ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ