​ໄທ​ຈັດ​ພິທີຊາ​ປະ​ນະ​ກິດ​ສົບ​ເຈົ້າ​ຊີວິດ​ມະຫາ​ພູມີ​ພົນ​ອະດຸນ​ຍະ​ເດ​ດ
2017-10-27 15:55:58  cri 

ວັນ​ທີ 26 ຕຸລາ​ນີ້, ​​ໄທໄດ້​ຈັດ​ພິທີ​ຊາ​ປະ​ນະ​ກິດ​ສົບ​ເຈົ້າ​ຊີວິດ​ມະຫາ​ພູມີ​ພົນ​ອະດຸນ​ຍະ​​ເດດ ​ໂດຍທ່ານ​ຈ່າງ​ກ່າວ​ລີ້ ຮອງ​ນາຍົກລັດຖະມົນຕີຈີນ ທູດ​ພິ​ເສດ​ຂ​ອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທ​ດຈີນເຂົ້າຮ່ວມ. ​​ຄັ້ງເມື່ອ​ເຈົ້າ​ຊີວິດ​ມະຫາ​ພູມີ​ພົນ​ອະດຸນ​ຍະ​​ເດດມີ​ຊີວິດພ້ອມ​ດ້ວຍ​ພະ​ບໍລົມ​ວົງສາ​ນຸວົງ​ກໍໄດ້​ເອົາ​ໃຈ​ໃສ່ ​ແລະ​ສະໜັບສະໜູນ​ໄມຕີ​ຈິດ​ມິດຕະພາບ​ຈີນ-​ໄທ. ຈາກ​ນີ້ ປະຊາຊົນ​ຈີນ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ການ​ປະກອບສ່ວນທີ່ສຳຄັນ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ຈີນ-​ໄທ.

​ເຈົ້າ​ຊີວິດ​ມະຫາ​ພູມີ​ພົນ​ອະດຸນ​ຍະ​ເດດ​​ໄດ້​ເສຍ​ຊີວິດ​ໃນ​ວັນ​ທີ 13 ຕຸລາປີຜ່ານມາ​ຢູ່​ໂຮງ​ໝໍ​ສິລິ​​ນະຄະ​ລິນ​ນະຄອນຫຼວງ​ບາງ​ກອກ ລວມມີ​ອາ​ຍຸ​ໄດ້ 89 ປີ. ຈາກ​ນັ້ນ​ໄດ້​ນຳ​​ເອົາ​ສົບ​ໄປ​ບຳ​ເພັນ​ກຸສົນ​ຢູ່​ພະລາຊະ​ວັງ​ໃຫຍ່ ​ເພື່ອໃຫ້​ປະຊາຊົນ​ໄທ​ໄວ້ອາ​ໄລ ​ແລະ​ທົ່ວ​ປະ​ເທດ​ໄທກໍ​ເຂົ້າ​ສູ່​ໄລ​ຍະ​​ໄວ້ອາ​ໄລ​ລະ​ດັບ​ຊາດ​ເປັນ​​ເວລາ​ໜຶ່ງ​ປີ. ຂະນະ​ທີ່​ໃນ​ເດືອນ​ເມ​ສາ​ປີ​ນີ້, ລັດຖະບານ​ໄທ​ປະກາດ​ວ່າ: ແຕ່​ວັນ​ທີ 25 ຫາວັນ​ທີ 29 ຕຸລາ​ນີ້​ແມ່ນ​ຢູ່​ໃນ​ໄລຍະ​ຈັດ​ພິທີ​ຊາ​ປະ​ນະ​ກິດ​ສົບ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ