ອາ​ເມ​ລິ​ກາ​ຈະເພີ່ມ​ຈັດ​ວາງ​ອາ​ວຸດ​ຍຸດ​ທະ​ສາດ​ຢູ່​ສ.ເກົາ​ຫຼີ
2017-10-29 15:35:15  cri 

ວັນ​ທີ 28 ຕຸ​ລາ​ນີ້, ກະ​ຊວງ​ປ້ອງ​​ກັນ​ປະ​ເທດ​ສ.ເກົາ​ຫຼີ​ປະ​ກາດ​ວ່າ, ມື້​ດຽວ​ກັນ, ກອງ​ປະ​ຊຸມ​ຮັກ​ສາ​ຄວາ​ມ​ໝັ້ນ​ຄົງ​ສ.ເກົາ​ຫຼີ​ອາ​ເມ​ລິ​ກາ​ຄັ້ງ​ທີ 49 ​ໄດ້ຈັດ​ຂຶ້ນ​ຢູ່​​ນະ​ຄອນ​ຫຼວງເຊ​ອູນ. ສອງ​ຝ່າຍ​ສ.ເກົາ​ຫຼີ​​ແລະອາ​ເມ​ລິ​ກາ​ເຫັນ​ດີ​ຢ່າງ​ເປັນ​ເອ​ກະ​ສັນ​ກັນ​​ໃຫ້​ອາ​ເມ​ລິ​ກາ​ເພີ່ມ​ການ​ຈັດ​ວາງ​ອາ​ວຸດ​ຍຸດ​ທະ​ສາດ​ຢູ່​ສ.ເກົາ​ຫຼີ, ເພື່ອ​ປັບ​ປຸງ​ພັນ​ທະ​ມິດ​ທາງ​ການ​ທະ​ຫານ​ຂອງ​ສອງ​ປະ​ເທດ​ຕື່ມ​ອີກ.

ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ພາຍ​ຫຼັງ​ກາ​ນ​ເຈ​ລະ​ຈາ, ທ່ານ​ຊົງ​ຢົງ​ມູ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສ.ເກົາ​ຫຼີ​ກ່າວ​ວ່າ, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ໃຫ້​ແຫຼມ​ເກົາ​ຫຼີ​ປອດນິວ​ເຄຼຍ, ສອງ​ປະ​ເທດ​ສ​.ເກົາ​ຫຼີ​ກັບ​ອາ​ເມລິ​ກາ​ຈະ​ເພີ່ມ​ທະ​ວີ​ຄວາມ​ພະ​ຍາ​ຍາມ​ໃນ​ດ້ານ​ການ​ຕ່າງ​ປະ​ເທດ, ໃນ​ຂະ​ນະ​ດຽວ​ກັນ, ຖື​ການ​ປ້ອງ​ກັນ​ຮ່ວມ​ທີ່​ເຂັ້ມ​ແຂງ​ຂອງ​ສ.ເກົາ​ຫຼີ​ກັບ​ອາ​ເມ​ລິ​ກາ​ເປັນ​ໜູນ​ຫຼັງ. ເພື່ອ​ເພີ່ມ​ທະ​ວີ​ການ​ນາບ​ຂູ່​ທາງ​ການທະ​ຫານ, ສ.ເກົາ​ຫຼີກັບອາ​ເມ​ລິ​ກາ​ເຫັນ​ດີ​ຢ່າງ​ເປັນ​ເອ​ກະ​ສັນ​ກັນ​ວ່າ​ເປີດກວ້າງ​ການ​ຈັດ​ວາງ​ອາ​ວຸດ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ​ຢູ່​ສ.ເກົາ​ຫຼີ.

ທ່ານ​ເຈມ​ສ໌ ມາ​ຕີ​ສ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາກ່າວ​ວ່າ, ອາ​ເມລິ​ກາ​ຈະ​ບໍ່​ຮັບ​ຮອງ​ເອົາ​ວ່າ​ສ​ປ​ປ​ເກົາ​ຫຼີມີ​ອາ​ວຸດ​ນິວ​ເຄຼຍ. ຖ້າ​​ສ​ປ​ປເກົາ​ຫຼີ​ສືບ​ຕໍ່ດຳ​ເນີນ​ການ​ເຄື່ອນ​ໄຫວ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ແລະ​ອາ​ວຸດ​ນິວ​ເຄຼຍ​ຄື​ປັດ​ຈຸ​ບັນ​ນີ້, ຈະ​ນຳ​ເອົາ​​ສິ່ງ​ຂັດ​ຂວາງ​ໃຫຍ່ກວ່າ​ເກົ່າ​ໃຫ້​ແກ່​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ຕົນ​ໃນ​ທີ່​ສຸດ. ພາຍ​ໃຕ້​ສ​ະ​ພາບ​ການ​ໃນ​ປັດ​ຈຸ​ບັນ, ແຜນ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ທີ່​ສອງ​ປະ​ເທດ​ສະ​ໜັບ​ສະ​ໜູນ​ແລະ​ມີ​ຜົນ​ດີ​ຫຼາຍ​ທີ່​ສຸດ​ແມ່ນ​ວິ​ທີ​ການ​ຕ່າງ​ປະ​ເທດ, ແຕ່​ເພື່ອ​ຮັບ​ປະ​ກັນ​ແຜນ​ການ​ການ​ຕ່າງ​ປະ​ເທດ​ສາ​ມາດ​ສຳ​ເລັດ​ຜົນ, ຕ້ອງ​ການ​ກຳ​ລັງ​ຕົວ​ຈິງ​ທາງ​ການ​ທະ​ຫານ​​ທີ່​ເຂັ້ມ​ແຂງເປັນ​ການ​ຄ້ຳ​ຊູ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ