ໄຟ​ໄໝ້​ປ່າ​ຢູ່​ລັດ​ກາ​ລີ​ຟໍ​ເນ​ຍ​ປະ​ເທດ​ອາ​ເມ​ລິ​ກາ​ຍັງ​ສືບ​ຕໍ່​ກັນ​ມາ
2017-10-29 15:19:56  cri 
ວັນ​ທີ 28 ຕຸ​ລາ​ນີ້, ພະ​ແນກດັບ​ເພີງ​ແລະ​ຂະ​ແໜງ​ການ​ປ່າ​ໄມ້​ລັດ​ກາ​ລີ​ຟໍ​ເນຍ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ: ໄຟ​ໄໝ້​ປ່າ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ເໜືອ​ລັດ​ກາ​ລີ​ຟໍ​ເນຍ​ທີ່​ເຮັດ​ໃຫ້​ມີ​ປະ​ຊາ​ຊົນ 42 ຄົນ​ເສຍ​ຊີ​ວິດ​ນັ້ນ​ປັດ​ຈຸ​ບັນ​ຍັງ​ບໍ່​ໄດ້​ຖືກ​ດັບ​ມອດ​ໝົດ​ເທື່ອ. ໃນ​ມື້​ດັ່ງ​ກ່າວ, ອາ​ຄານ​ອົງ​ການ​ປົກ​ຄອງ​ລັດ​ກາ​ລີ​ຟໍ​ເນຍ​ໄດ້​ຊັກ​ທຸງ​ຊາດ​ລົງ​ເຄິ່ງ​ໜຶ່ງ ເພື່ອ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຕໍ່​ປະ​ຊາ​ຊົນ​ທີ່​ເສຍ​ຊີ​ວິດ​ໃນ​ເຫດ​ການ​ໄຟ​ໄໝ້​ດັ່ງ​ກ່າວ.

​ໂດຍ​ກຳ​ນົດ​ເອົາວັນ​ທີ 28 ຕຸ​ລາ​ນີ້​ເປັນ​ວັນ​ແຫ່ງ​ຄວາມ​ໄວ້​ອາ​ໄລ​ຕໍ່​ຜູ້​ເສຍ​ຊີ​ວິດ​ໃນ​ໄຟ​ໄໝ້​ປ່າ​ລັດ​ກາ​ລີ​ຟໍ​ເນຍ. ທ່ານ ເຈ​ຣີ ບ​ລອນ ເຈົ້າ​ຄອງ​ລັດ​ກາ​ລີ​ຟໍ​ເນຍ​ໄດ້​ໂພ​ສ໌ປະ​ກາດ​ແຈງ​ການ "ວັນ​ແຫ່ງ​ຄວາມ​ໄວ້​ອາ​ໄລ" ລົງ​ສື່​ສັງ​ຄົມ​ອອນ​ໄລ Twitter ​ວ່າ: ໄຟ​ໄໝ້​ປ່າ​ທີ່​ແຜ່​ລາມ​ພາກ​ເໜືອ​ລັດ​ກາ​ລີ​ຟໍ​ເນຍ​ຄັ້ງ​ນີ້​ແມ່ນ​ໄພ​ພິ​ບັດ​ທີ່​ມີ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຫຼາຍ​ທີ່​ສຸດ​ແ​ລະ​ມີຜົນ​ເສຍ​ຫາຍ​ຮຸນ​ແຮງ​ທີ່​ສຸດໃນ​ປະ​ຫວັດ​ສາດ​ລັດ​ຕົນ.

ພະ​ແນກດັບ​ເພີງ​ແລະ​ຂະ​ແໜງ​ການ​ປ່າ​ໄມ້​ລັດ​ກາ​ລີ​ຟໍ​ເນຍ​ກ່າວ​ວ່າ: ມາ​ຮອດ​ວັນ​ທີ 28 ຕຸ​ລາ​ນີ້, ໄຟ​ໄໝ້​ປ່າ​ຍັງ​ບໍ່​ໄດ້​ຖືກ​ດັບ​ມອດ​ໝົດ​ເທື່ອ. ຕາມ​ສະ​ຖິ​ຕິ​ຫຼ້າ​ສຸດ​ຂອງ​ພະ​ແນກ​ຕົນສະ​ແດງ​ໃຫ້​ເຫັນ​ວ່າ: ໄຟ​ໄໝ້​ຄັ້ງ​ນີ້​ໄດ້​ເຮັດ​ໃຫ້​ມີ​ປະ​ຊາ​ຊົນ​ຈຳ​ນວນ 42 ຄົນ​ເສຍ​ຊີ​ວິດ,ຫຼາຍ​ຮ້ອຍ​ຄົນ​ບາດ​ເຈັບ, ເນື້ອ​ທີ່ປ່າ​ໄມ້​ທີ່​ຖືກ​ໄຟ​ໄໝ້​ໄດ້​​ມີ​ເຖິງ 2 ແສນ 4 ໝື່ນ 5 ພັນ​ກວ່າ​ເຮັກ​ຕາ. ສື່ມວນ​ຊົນ​ທ້ອງ​ຖິ່ນ​ໄດ້​ອ້າງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ລັດ​ດັ່ງ​ກ່າວ​ມາ​ລາຍ​ງານ​ວ່າ: ໄຟ​ໄໝ້​ປ່າ​ຄັ້ງ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜົນ​ເສຍ​ຫາຍ​ທີ່​ມີ​ມູນ​ຄ່າ​ເຖິງ 1 ຕື້​ໂດ​ລາ​ສະ​ຫະ​ລັດ.

ຂ່າວ​ແຈ້ງວ່າ: ວັນ​ທີ 8 ຕຸ​ລາ​ນີ້, ຢູ່​ຫຼາຍ​ແຫ່ງ​ທາງ​ພາກ​ເໜືອ​ລັດ​ກາ​ລີ​ຟໍ​ເນຍ​ໄດ້​ເກີດ​ໄຟ​ໄໝ້​ປ່າ​ຢ່າງ​ກະ​ທັນ​ຫັນ,ຍ້ອນ​ຖືກ​ຜົນ​ກະ​ທົບ​ຈາກ​ລົມ​ພັດ​ຮຸນ​ແຮງ,ໄຟ​ໄດ້​ແຜ່​ລາມຢ່າງວ່ອງ​ໄວ​​ໄປ​ເຖິງ​ຫຼາຍ​ຕົວ​ເມືອງ​ທາງ​ພາກ​ເໜືອ​ຂອງ​ລັດ​ກາ​ລີ​ຟໍ​ເນຍ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ