ຫຼາຍ​ປະ​ເທດ​ຂອງ​ເອີ​ຣົບ​ບໍ່​ຮັບ​ຮອງ​ເຂດ​ປົກ​ຄອງ​ຕົນ​ເອງ​ກາ​ຕາ​ໂລ​ເນຍ​ປະ​ເທດແອັ​ສ​ປາຍ​ເປັນ​ເອ​ກະ​ລາດ
2017-10-29 15:21:12  cri 
​ຫຼັງ​ຈາກລັດ​ຖະ​ສະ​ພາ​ຂອງເຂດ​ປົກ​ຄອງ​ຕົນ​ເອງກາ​ຕາ​ໂລ​ເນຍ​ປະ​ເທດແອັ​ສ​ປາຍ​ປະ​ກາດ​ເປັນ​ເອ​ກະ​ລາດ​ໃນວັນ​ທີ 27 ຕຸ​ລາ​ນີ້​ແລ້ວ, ຫຼາຍ​ປະ​ເທດ​ຂອງ​ເອີ​ຣົບ​ໄດ້​ປ່າ​ວ​ປະ​ນາມ​ຕໍ່ການ​ກະ​ທຳ​ທີ່​ລະ​ເມີ​ດ​ລັດ​ຖະ​ທຳ​ມະ​ນູນ​ດັ່ງ​ກ່າວ ແລະ​ກ່າວ​ວ່າ​ຈະ​ບໍ່​ຮັບ​ຮອງ​ເຂດ​ດັ່ງ​ກ່າວ​ເປັນ​ເອ​ກະ​ລາດ.

ທ່ານ ໂດ​ນັດ ຕຸ​ສ໌​ກ໌ ປະ​ທານ​ສະ​ພາ​ມົນ​ຕີ​ເອີ​ຣົບໄດ້​ສະ​ແດງ​ທ່າ​ທີ​ຕໍ່​ເລື່ອງ​ນີ້​ກ່ອນ​ໝູ່​ໂດຍ​ກ່າວ​ວ່າ: "ເວົ້າ​ສຳ​ລັບ​ສະ​ຫະ​ພາບ​ເອີ​ຣົບ​ແລ້ວ,ບໍ່​ມີ​ການ​ປ່ຽນ​ແປງ​ຫຍັງ. ແອັ​ສ​ປາຍ​ຍັງ​ແມ່ນ​ຜູ້​ເຈ​ລະ​ຈາ​ພຽງ​ປະ​ເທດ​ດຽວຂອງ​ພວກ​ເຮົາ."

ທ່ານ ຊາ​ລິ​ສ ມິ​ເຊວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແບນ​ຊິກ​ກໍ​ໄດ້​ໂພ​ສ໌​ບົດ​ຄວາມລົງ Twitter ວ່າ: "ພວກ​ເຮົາຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຈະແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ໂດຍ​ສັນ​ຕິ​ພາຍ​ໃຕ້​ຂອບ​ການ​ເຄົາ​ລົບ​ກົດ​ໝາຍ​ຂອງ​ປະ​ເທດ​ຕົນ​ແລະ​ກົດ​ໝາຍ​ສາ​ກົນ."

ທ່ານ ຢັງ​ ຢີ​ຟ໌​ສ໌ ເລີດ​ຣີ​ອັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝະ​ຣັ່ງ​ກ່າວ​ວ່າ, ປະ​ເທດ​ຕົນ​ຈະ​ບໍ່​ຮັບ​ຮອງ​ເຂດ​ກາ​ຕາ​ໂລ​ເນຍ​ເປັນ​ເອ​ກະ​ລາດ, ຝະ​ຣັ່ງ​ຫວັງ​ວ່າ "ແອັ​ສ​ປາຍ​ສາ​ມາດ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ແລະ​ເຂັ້ມ​ແຂງ".

ລັດ​ຖະ​ບານ​ປອກ​ຕຸຍ​ການໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ກ່າວ​ປະ​ນາມ​ການ​ກະ​ທຳ​ຂອງ​ເຂດກາ​ຕາ​ໂລ​ເນຍທີ່​ທຳ​ລາຍ​ລະ​ບຽບ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ແອັ​ສ​ປາຍ,ແລະ​ກ່າວ​ວ່າລັດ​ຖະ​ບານ​ປະ​ເທດ​ຕົນ​ຈະ​ບໍ່​ຮັບ​ຮອງ​ລັດ​ຖະ​ສະ​ພາ​ທ້ອງ​ຖິ່ນ​ຂອງເຂດກາ​ຕາ​ໂລ​ເນຍ​ທີ່​ປະ​ກາດ​ເປັນ​ເອ​ກະ​ລາດ​ພຽງ​ຝ່າຍ​ດຽວ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ໂປ​ໂລຍ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ກ່າວ​ວ່າ: ລັດ​ຖະ​ບານ​ຕົນ​ເຄົາ​ລົບ​ອະ​ທິ​ປະ​ໄຕ​,ຜືນ​ແຜ່ນ​ດິນ​ອັບ​ຄົບ​ຖ້ວນ​ແລະ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ແອັ​ສ​ປາຍ​ຢ່າງ​ເຕັມ​ປ່ຽມ.

ຂ່າວ​ແຈ້ງວ່າ: ວັນ​ທີ 1 ຕຸ​ລາ​ນີ້, ເຂດ​ປົກ​ຄອງ​ຕົນ​ເອງ​ກາ​ຕາ​ໂລ​ເນຍ​ປະ​ເທດແອັ​ສ​ປາຍ​ໄດ້​ຈັດ "ກາ​ນ​ລົງ​ປະ​ຊາ​ມະ​ຕິ​ທົ່ວ​ປວງ​ຊົນ​ເພື່ອ​ເປັນ​ເອ​ກະ​ລາດ". ກ່ອນ​ໜ້າ​ນີ້, ສານ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ແອັ​ສ​ປາຍ​ກໍ​ໄດ້​ຕັດ​ສິນ​ວ່າ​ການ​ລົງ​ປະ​ຊາ​ມະ​ຕິ​ດັ່ງ​ກ່າວ​ເປັນ​ການ​ກະ​ທຳ​ຜິດ​ກົດ​ໝາຍ,ລັດ​ຖະ​ບານ​ແອັ​ສ​ປາຍ​ກໍ​ບໍ່​ໄດ້​ຮັບ​ຮອງ​ຜົນ​ສັກ​ສິດ​ຂອງ​ການ​ລົງ​ປະ​ຊາ​ມະ​ຕິ​ດັ່ງ​ກ່າວ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ