ເຈົ້​າ​ໜ້າ​ທີ່​ຕຳຫຼວດ​ຈີນ​ຄຸມ​ຜູ້​ຖືກ​ສົງ​ໄສຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ຈາກ​ກຳ​ປູ​ເຈຍ​​ຄືນ​ປະ​ເທດ
2017-10-30 10:27:23  cri 
ພະ​ແນກ​ປ້ອງ​ກັນ​ຄວ​າມ​ສະ​ຫງົບ​ແຂວງກວາງ​ຕຸ້ງ ສ​ປ ຈີນ​ຖະ​ແຫຼງ​ໃນ​ວັນ​ທີ 28 ຕຸ​ລາ​ນີ້​ວ່າ: ວັນດັ່ງ​ກ່າວ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້ຄຸ​ມ​ຜູ້​ຖືກ​ສົງ​ໄສ​ກໍ່​ອາ​ຊະ​ຍາ​ກຳຫຼອກ​ລວ​ງ​ທາງ​ໂທ​ລະ​ຄົມ 61 ຄົນ​ຈາກ​ກຳ​ປູ​ເຈຍ​ກັບ​ຄືນ​ເມືອງກວາງ​ໂຈ່ວ​ແຂວ​ງ​ຂອງ​ຕົ​ນ​ແລ້ວ.

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເປີດ​ເຜີຍ​ວ່າ: ​ນັບແຕ່​ຕົ້ນ​ປີ​​ເປັນ​ຕົ້ນ​ມາ, ຢູ່ຫຼາຍ​ເມືອງ​ແລະ​ເຂດ​ແຂ​ວງ​ໄດ້​ເກີດ​ຄະ​ດີຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ຢ່າງ​ຕໍ່​ເນື່ອງ​ເປັນ​ຕົ້ນ ຫຼອກ​ລວງ​ໃຫ້​ລົງ​ທຶນໃນ​ໂຄງ​ການ​ທີ່​ບໍ່​ມີ​ຕົວ​ຈິງ, ຫຼອກ​ລວງ​ໂດຍ​ອ້າງເປັນ​ເຈົ້າ​ໜ້າ​ທີ່​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ,ອົງ​ການ​ໄອ​ຍະ​ການ​ແລະ​ສານ​. ຫຼັງ​ສືບ​ສວນ​ສອບ​ສວນ​ໃນ​ເບື້ອງ​ຕົ້ນ​ແລ້ວ​ສາ​ມາດ​ຢັ້ງ​ຢືນ​ໄດ້​ວ່າ ບ່ອນ​ລີ້​ຊ່ອນ​ຂອງ​ກຸ່ມ​ກໍ່​ອາ​ຊະ​ຍາ​ກຳ​ດັ່ງ​ກ່າວ​ຢູ່​ໃນ​​ປະ​ເທດ​ກຳ​ປູ​ເຈຍ. ຈາກ​ນີ້, ເດືອນ​ກັນ​ຍາ​ຜ່ານ​ມາ, ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ໄດ້​ສົ່ງ​ໜ່ວຍ​ງານ​ທີ່​ປະ​ກອບ​ດ້ວຍ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈາກ​ແຂວງ​ຊ່ານ​ຕຸ່ງ, ແຂວງ​ເຫີ​ນານ, ​ແຂວງກວາງ​ຕຸ້ງ, ນະ​ຄອນ​ຈຸ່ງ​ກິ່ງ​ແລະ​ອື່ນໆ​ເດີນ​ທາງ​ໄປ​ກຳ​ປູ​ເຈຍ.

ມາ​ເຖິງວັນ​ທີ 17 ຕຸ​ລາ​ນີ້, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ກຳ​ປູ​ເຈຍ​ໄດ້​ເຈາະ​ຈົງປະ​ຕິ​ບັດ​ການ​ຈັບ​ກຸມ​ຜູ້​ຖືກ​ສົງ​ໄສ​ກໍ່​ອາ​ຊະ​ຍາ​ກຳ​ຢູ່ບ່ອນ​ລີ້ຊ່ອນ 4 ບ່ອນ​ທີ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ແລະ​ອື່ນໆ​ໂດຍ​ສາ​ມາດ​ຈັບ​ຜູ້​ຖືກ​ສົງ​ໄສ 61 ຄົນ ໃນ​ນີ້ ​​ຊາວແຜ່​ນ​ດິນ​ໃຫຍ່​ຈີນ​ 42 ຄົນ, ຊາວ​ຈີນ​ໄຕ້​ຫວັນ 19 ຄົນ ທັງ​ຢຶດ​ເຄື່ອງ​ມື​ກະ​ທຳ​ຜິດ​ກົດໝາຍ​ເປັນ​ຈຳ​ນວນຫຼາຍ​ເປັນ​ຕົ້ນ​ມື​ຖື, ຄອມ​ພິວ​ເຕີ, ບັດ​ທະ​ນາ​ຄານ​ແລະ​ອື່ນໆ. ຫຼັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ແລະ​ທຳ​ຄວາມ​ເຂົ້າ​ໃຈ​ກັນ, ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ​ໄດ້​ມອບ​ຜູ້​ຖືກ​ສົງ​ໄສ 61 ຄົນ​ດັ່ງ​ກ່າວ​ໃຫ້​ເຈົ້າ​ໜ້າ​ທີ່​ຈີນ​ເພື່ອ​ນຳ​ໄປ​ດຳ​ເນີນ​ຄະ​ດີ​ຕາມ​ກົດ​ໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ