ຊາວ​ໜຸ່ມ​ຈີນ​ອາ​ຍຸ 19 ປີ​ໄດ້​ແຊ໊ມ​ການ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ໂລກ
2017-10-30 11:10:32  cri 

ວັນ​ທີ 23 ຕຸ​ລາ​ນີ້, ທ້າວ​ລຽງ​ຈື້​ປິ່ນ ທີ່​ປີ​ນີ້​ອາ​ຍຸ 19 ປີ​ໄດ້​ກັບ​ຄືນ​ເຖິງ​ປະ​ເທດ​ຫຼັງ​ສຳ​ເລັດ​ການ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ໂລກ​ຄັ້ງ​ທີ 44. ໃນ​ການ​ແຂ່ງ​ຂັນ​ທີ່​ອັດ​ລົງ​ໃນ​ວັນ​ທີ 19 ຕຸ​ລາ​ນີ້, ທ້າວ​ລຽງ​ຈື້​ປິ່ນ​ໄດ້​ແຊ໊ມ​ລາຍ​ການ​ຊ່າງ​ກໍ່​​ໂດຍ​ສາ​ມາດຊະ​ນະ​ຊາວ​ເຢຍ​ລະ​ມັນ, ອັງ​ກິດ,ດານ​ມາກ ເຊິ່ງ​ເປັນ​ປະ​ເທ​ດ​ທີ່​ເຂັ້ມ​ແຂງ​ໃນ​ລາຍ​ການ​ນີ້​ແລະ​ໄດ້​ຮັບ​ຫຼຽນ​ຄຳ​ເຊິ່ງ​ເປັນຫຼຽນ​ຄຳທຳ​ອິດ​ໃນ​ລາຍ​ການ​ດັ່ງ​ກ່າວ​ຂອງ​ຈີນ. ທ້າ​ວ​ລຽງ​ຈື້​ປິ່ນ​ຢືນ​ຢັນ​ວ່າ ຕົນ​ເອງ​ມີ​ຄວາມ​ປາ​ຖະ​ໜາ​ນ້ອຍໆ​​ສິ່ງ​ໜຶ່ງ ຄື​ເຮືອນ​ຢູ່​​ບ້ານ​ເກີດ​ຕົນ​ທີ່​ກໍ່ສ້າງເມື່ອ 10 ກວ່າ​ປີ​ກ່ອນ ​ຫວັງ​ວ່າຫຼັງ​ຕົນ​ຮຽນ​ວິ​ຊາ​ການ​ກໍ່​ສ້າງ​ແລ້ວ​, ​ໃນ​ຕໍ່​ໜ້າບໍ່​ວ່າ​ຈະ​ມື້​ໃດ​ມື້​ໜຶ່ງ​ຈະ​ສາ​ມາດ​​ກໍ່ສ້າງ​ຕຶກໃຫ້​ພໍ່​ແມ່​ດ້ວຍ​ຕົນ​ເອງ​ເພື່ອ​ໃຫ້​ພໍ່​ແມ່​ສາ​ມາດ​ດຳ​ລົງ​ຊີ​ວິດ​ໃນ​ໄວ​ຊະ​ລາ​ຢ່າງ​ມີ​ຄວາມ​ສຸກ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ