ບ້ານ​ສຸຍ​ຢູ້​ຊານ​ເມືອງ​ປັກ​ກິ່ງ​ໃນ​ທ້າຍ​ລະ​ດູ​ໃບ​ໄມ້ຫຼົ່ນ
2017-10-30 17:35:18  cri 

ບ້ານ​ສຸຍ​ຢູ້​ຕາ​ແສງ​ນານ​ຢາວເມືອງ​ຝາງ​ຊ່ານ ຊານ​ເມືອງ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ນະ​ຄອນຫຼວງ​ປັກ​ກິ່ງ ຫ່າງ​ຈາກ​ເ​ທດ​ສະ​ບານ​ເມືອງ 80 ກິ​ໂລ​ແມັດ​​ເປັນ​ບ້ານ​ທີ່​ມີ​ພູ​ອ້ອມ​ຮອບ​ທັງ​ສີ່​ດ້ານ. ບ້ານ​ດັ່ງ​ກ່າວ​ມີ​ປະ​ຫວັດ​ມາ​ເປັນ 600 ກວ່າ​ປີ​ແລ້ວ,​ໂດຍ​ທາງ​ບ້ານ​ຈົ່ງ​ເປັນເດີ່ນທີ່​ມີ​ເຮືອນ​ຢູ່​ສີ່​ດ້ານ ເຊິ່ງ​ມີ​ເອ​ກະ​ລັກ​ຊົນ​ນະ​ບົດ​ພາກ​ເໜືອ​ປະ​ເທດ​ຈີນ. ປີ 2014, ບ້ານ​ດັ່ງ​ກ່າວ​ໄດ້​ຮັບ​ນາມ​ມະ​ຍົດ​ວ່າ ບ້ານ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ.

ບ້ານ​ສຸຍ​ຢູ້​ມີ​ສິ່ງ​ຍອດ​ຢ້ຽມ 3 ຢ່າງ​ຄື ໜຶ່ງ, ​ທາງ​ບ້ານ​ຈົ່ງ​ເປັນ​ເດີ່ນ​ໂດຍ​ມີ​ເຮືອນ​ອ້ອມ​ຢູ່​ທັງ​ສີ່ດ້ານ 100 ກວ່າ​ຫຼັງ​ລວມ 600 ກວ່າ​ຫ້ອງ​ທີ່​ມີ​ປະ​ຫວັດ​ 100 ກວ່າ​ປີ. ​ສອງ, ໂມ້​ຫີນ 128 ໜ່ວຍທີ່ກະ​ແຈກ​​ກະ​ຈາຍໃນ​ບ້ານ​ ເຊິ່ງ​ສ້າງ​ສະ​ຖິ​ຕິ​ໂລກ​ກິ​ເນັ​ສບຸກ​ແລະ​ສາມ​ແມ່ນ ການ​ສະ​ແດງຫຼິ້ນ​ທຸງຫຼື​ພາ​ສາ​ຈີນ​ເອີ້ນ​ວ່າ​ຈົ່ງ​ຟ່ານ ເຊິ່ງ​ເປັນ​ລາຍ​ການ​ສະ​ແດງ​ປະ​ເພ​ນີ​ຂອງ​ຈີນ​ທີ່​ກຳ​ເນີດ​ເກີດ​ຂຶ້ນ​ກ່ອນ​ຈາກ​ນີ້ 700 ກວ່າ​ປີ ແລະ​ການ​ສະ​ແດງຫຼິ້ນ​ທຸງ​ຈົ່ງ​ຟ່ານ​ໄດ້​ກາຍ​ເປັນ​ລາຍ​ການ​ເດັ່ນ​ໃນ​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຂອງ​ບ້ານ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ