ຜູ້​ຊ່ຽວຊານ​ເບຼຊິນ​ຊົມ​ເຊີຍທີ່​ເງິນ​ຢວນ​ເຂົ້າຮ່ວມ​ເປັນ​ເງິນຕາ​ທີ່​ມີ​ສິດຖອນ​ເງິນ​ພິ​ເສດຂອງ IMF
2017-10-30 10:59:14  cri 

​ໃນ​ໂອກາດ​ທີ່​ເງິນ​ຢວນຈີນ​ເຂົ້າຮ່ວມ​ເປັນ​ເງິນຕາ​ທີ່​ມີ​ສິດ​ຖອນ​ເງິນ​ພິ​ເສດ ຫຼື SDR ຂອງ ອົງການ​ກອງ​ທຶນ​ເງິນຕາ​ສາກົນ ຫຼື IMF ຄົບຮອບ 1 ປີ, ທ່ານ​ມາວຣີຄິ​ໂອ ຊັນ​ໂຕ​ໂຣ ຫົວໜ້າ​ຄະນະ​ການ​ພົວພັນ​ສາກົນ ມະຫາວິທະຍາ​ໄລ​​ແຫ່ງ​ລັດຣີ​ໂອ​ເດີ​ຊາ​ເນ​ໂລ ປະ​ເທດ​ເບຼຊິນ ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ​ເງິນ​ຢວນ​ເຂົ້າຮ່ວມ​ເປັນ​ເງິນຕາ​ທີ່​ມີ​ສິດ​ຖອນ​ເງິນ​ພິ​ເສດຂອງ IMF ​ໂດຍ​ໃນ​ຖານະ​ທີ່​ຈີນເປັນ​ກຸ່ມ​ເສດຖະກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ​ນັ້ນນັບ​ມື້ ມີ​ບົດບາດ​​ສູງ​ຂຶ້ນ​ໃນ​ສາກົນ ​ແລະ​ການ​ທີ່​ເງິນ​ຢວນມີ​ບົດບາດ​ຂະຫຍາຍກວ້າງ​ອອກກໍ​ສອດຄ່ອງ​ກັບ​ກຳລັງ​ ເສດຖະກິດ​ຂອງ​ຈີນ.

ທ່ານ​ຊັນ​ໂຕ​ໂຣ ກ່າວ​ຕື່ມ​ວ່າ: ການ​ທີ່ເງິນ​ຢວນຈີນ​ເຂົ້າຮ່ວມ​ເປັນ​ເງິນຕາ​ທີ່​ມີ​ສິດ​ຖອນ​ເງິນ​ພິ​ເສດຂອງ IMF ກໍ​ໄດ້​ຍົກ​​ລະດັບການ​ຫັນ​ເງິນ​ຢວນ​ເປັນ​ເງິນຕາ​ສາ​ກົນສູງຂຶ້ນຕື່ມ​. ຂະນະ​ທີ່​ເງິນ​ຢວນມີ​ສິດ​ຖອນ​ເງິນ​ພິ​ເສດ ຍັງ​ໄດ້​ຊຸກຍູ້​ການ​ປະຕິ​ຮູບ IMF ​ແລະລະບົບ​​ເງິນຕາ​ສາກົນ​ຕື່ມ​ອີກ. ​ແນວ​ໃດ​ກໍ​ດີ, ຈີນ​ໃນ​ຖານະ​ເປັນ​ຕົວ​ແທນ​ຂອງ​ກຸ່ມ​ເສດຖະກິດ​ທີ່​ຈະ​ເລີ​ນ​ໃໝ່ ​ເງິນ​ຢວນຈີນ​ມີ​ສິດ​ຖອນ​ເງິນ​ພິ​ເສດຍ່ອມ​ມີ​ຄວາມ​ໝາຍ​ສຳຄັນທາງ​ປະຫວັດສາດ ​ແລະ​ກໍ​ຈະ​ປະກອບສ່ວນ​ຕໍ່​ການ​ສ້າງ​ລະບຽບ​ການ​ການ​ເງິນ​ສາກົນ​ທີ່​ເປັນ​ທຳ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ