ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຕວກ​ກີຫວັງ​​ຟື້ນ​ຟູ​ເສັ້ນທາງ​ສາຍ​ໄໝບູຮານ​ກັບ​ຈີນ
2017-10-30 11:10:09  cri 
ສຳນັກ​ຂ່າວສານ​ອະນາ​ໂດ​ລຸ​ຕວກກີລາ​ຍງານ​ວ່າ: ວັນ​ທີ 28 ຕຸ​ລາ​ນີ້, ທ່ານ​​ເມ​ບລຸດ ກາ​ວູຊົກ​ລູ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຕວກກີ​ທີ່​​ເຂົ້າຮ່ວມ​ກິດຈະກຳ​ຢູ່​ເມືອງ​ຊັນ​ລູຍ​ຟາ ພາກ​ຕາ​ເວັນ​ອອກສຽງ​ໃຕ້​ປະ​​ເທດ​ຂອງ​ຕົນ ​ໂດຍ​ໄດ້​ກ່າວ​ວ່າ: ຈີນ​​ເປັນ​ປະ​ເທດ​ທີ່​ມີ​ບົດບາດສຳຄັນ​ໃນດ້ານ​ຕ່າງໆ ​ເຊິ່ງປະ​ເທ​ດຕົນ​ຫວັງ​ສົ່ງ​ເສີມ​ສາຍ​ພົວພັນ ​ແລະ​ຟື້ນ​ຟູ​ເສັ້ນທາງສາຍ​​ໄໝບູຮານຮ່ວມ​ກັບຈີນ ທີ່ກວມ​ເອົາທັງ​ເສດຖະກິດ, ຄວາມ​ໝັ້ນຄົງ ​ແລະ​ອື່ນໆ.

​ເດືອນ​ພະຈິກ​ປີ 2015, ສອງ​ປະ​ເທດ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ໃນ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ບົດ​ບັນທຶກ​​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບແຜນການ "​​ແລ​ວທາງ​ກາງ" ​​​ເພື່ອ​ເປັນ​ການ​ສະໜັບສະໜູນ​ດ້ານ​ນະ​ໂຍບາຍ​ທີ່​ສຳຄັນ​​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງໆ​ພາຍ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ