ຈີນ​ແລະ​ບັງ​ກ​ະ​ລາ​ເດັດລົງ​ນາມ​ໃນ​ສັນ​ຍາ​ໂຄງ​ການ​ທໍ່​ສົ່ງ​ນ້ຳ​ມັນ​ລະ​ຫວ່າງ​ລັດ​ຕໍ່​ລັດ
2017-10-30 10:43:22  cri 
ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ຈີນ​ແລະ​ບັງ​ກ​​ະ​ລາ​ເດັດ​ໄດ້​​ລົງ​ນາມ​ໃນ​ຂອບ​ສັນ​ຍາລະ​ຫວ່າງ​ລັດ​ຖະ​ບານ​ຢູ່​ເມືອງ​ດາ​ກາ​ປະ​ເທດ​ດັ່ງ​ກ່າວໃນ​ວັນ​ທີ 29 ຕຸ​ລາ​ນີ້ ເຊິ່ງ​ສັນ​ຍາ​ລະ​ບຸ​ໄວ້​ວ່າ, ຈີນ​ຈະ​​ລະ​ດົມ​ທຶນ​​ສ້າງໂຄ​ງ​ການ​ທໍ່​ສົ່ງ​ນ້ຳ​ມັນ​ຂອງ​ບັງ​ກ​ະ​ລາ​ເດັດ ແລະ ສັນ​ຍາ​ສະ​ບັບ​ນີ້​ຈະ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ ການ​ສ້າງ​​ແລວ​ທາງ​ເສດ​ຖະ​ກິດ​ບັງກະ​ລາ​ເດັດ-ຈີນ-ອິນ​ເດຍ-ມຽນ​ມາ.

​ສັນ​ຍາ​ລະ​ບຸ​ວ່າ, ໂຄງ​ການ​ດັ່ງ​ກ່າວ​ຈະ​ສ້າງລະ​ບົບ​ຈ່າຍ​ນ້ຳ​ມັນ​ເຂົ້າ​ກຳ​ປັ່ນ, ເຂດ​​ຈ່າຍນ້ຳ​ມັນ​ໃສ່​ຖັງ​ແລະ​ຕູ້ ​ລວມ​ທັງສິ່ງ​ກໍ່​ສ້າງ​ອື່ນໆ ແລະ​ວາງ​ປູ​ທໍ່​ສົ່ງ​ນ້ຳ​ມັນ​ທາງ​ທະ​ເລ ແລະ ທາງ​ບົກ​ທີ່​ຍາວ 220 ກິ​ໂລ​ແມັດ. ໂຄງ​ການ​ດັ່ງ​ກ່າວ​ມີ​ມູນ​ຄ່າ 550 ລ້ານ​ໂດ​ລາ ໂດຍບໍລິ​ສັດ CPP ຂອງ​ຈີນ​ຮັບ​ເໝົາ​ກໍ່​ສ້າງ ແລະ ທະ​ນາ​ຄານຂາ​ເຂົ້າ​ຂາ​ອອກ​ຈີນ​ສະ​ໜອງເງິນ​ກູ້ດອກ​ເບ້ຍ​ຕ່ຳ​ໃຫ້ແກ່​ໂຄງ​ການ​ດັ່ງ​ກ່າວ.

ຂ່າວ​ແຈ້ງວ່າ, ພາຍຫຼັງ​ສ້າງ​ສຳ​ເລັດ​, ​ບໍ່​ພຽງ​ແຕ່​​ຈະປະ​ຢັດ​ເວ​ລາຈ່າຍນ້ຳ​ມັນ​ອອກ​ຈາກ​ກຳ​ປັ່ນ​ໄດ້​ຢ່າງຫຼວງຫຼາຍ​ເທົ່າ​ນັ້ນ, ຍັງ​ສ​າ​ມາດຫຼີກ​ເວັ້ນ​​ມົນ​ລະ​ພິດ​​ທີ່​ເກີດ​ຈາກນ້ຳ​ມັນ​ດິບ​ຮົ່ວ​ໄຫຼ ແລະ ຫຼຸດ​ຕົ້ນ​ທຶນ​ ລວມ​ທັງຫຼຸດຄວາມ​ເສຍ​ຫາຍ​ໃນ​ການ​ຂົນ​ສົ່ງ​ນ້ຳ​ມັນດິບ​ໃຫ້​ໜ້ອຍ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ