ທ່ານ​ສີ​ຈິ້ນ​ຜິງ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຄຳ​ນັບ​ຂອງ​ທູດ​ພິ​ເສດ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ
2017-10-31 14:19:23  cri 

ວັນ​ທີ 30 ຕຸ​ລາ​ນີ້​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັ​ບ​ຂອງ​ທ່ານ​ນາງ​ສູນ​ທອນ ໄຊ​ຍະ​ຈັກ ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ທູດ​ພິ​ເສດ​ຂອງ​ທ່ານ​ບຸນ​ຍັງ​ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປ​ະ​ຕິ​ວັດ​ລາວ.

​ໃນ​ໂອ​ກາດ​ດັ່ງ​ກ່າວ,ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ໄລ​ຍະ​ຜ່ານມາ​, ປະ​ເທດ​ສັງ​ຄົມ​ນິ​ຍົມ​ເຊິ່ງ​ລວມ​ທັງ​ຈີນ​ແລະ​ລາວ​ຕ່າງ​ກໍ​ໄດ້​​ພະ​ຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອຄົ້ນ​ຄວ້າ​ເສັ້ນ​ທາງ​ພັດ​ທະ​ນາ​​ເພື່ອ​ໃຫ້ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ​ແລະເປັນ​ເອ​ກະ​ລາດ,ເປັນ​ເຈົ້າ​ຕົນ​ເອງມາ​ໂດຍ​ຕະຫຼອດ ທັງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ. ສອງ​ພັກ​ຈີນ-ລາວ​ຄວນ​ກຳ​ແໜ້ນ​ແລະ​ຕີ​ລາ​ຄາ​ຄວາມ​ໝາຍ​ຍຸດ​ທະ​ສາດ​ພິ​ເສດ​ຂອງ​ສາຍ​ພົວ​ພັນ​ຈີນ-ລາວ​​ໃຫ້ສູງ​ແລະ​ເລິກ​ເຊິ່ງກວ່າ​ເກົ່າ ເພື່ອ​ພະ​ຍາ​ຍາມ​ສູ້​ຊົນ​ແລະ​ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​ສ້າງ​ສາ​ປະ​ເທດ​​​ຕົນແລະ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ຂອງ​ໂລກ​ໃຫ້​ຖືກ​ຕ້ອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຍຸກ​ສະ​ໄໝ. ຄະ​ນະ​ນຳ​ຊຸດ​ໃໝ່​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຈະ​ສືບ​ຕໍ່​ຮ່ວມ​ກັບ​ຄະ​ນະ​ນຳ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ທີ່​ນຳ​ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ບຸນ​ຍັງ​ວໍ​ລະ​ຈິດ​ໃນ​ການ​ເພີ່ມ​ທະ​ວີ​ການ​ນຳ​ພາ​ທາງ​ການ​ເມືອງ​​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ,ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ລາວ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​​ນາງ​ສູນ​ທອນ​ໄດ້​ຕາງ​ໜ້າ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ແລະ​ທ່ານ​ບຸນ​ຍັງ​ວໍ​ລະ​ຈິດ​ຢືນ​ຢັນ​ວ່າ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ມີ​ຂໍ້​ສະຫຼຸບການ​ເມືອງ​ທີ່​ສຳ​ຄັນ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່ຍຸກ​ໃໝ່ ແລະ​ໄດ້​ກຳ​ນົດ​ແນວ​ຄິດ​ສີ​ຈິ​ນ​ຜິງ​​ກ່ຽວ​ກັບສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ໃຫ້​ເປັນ​ແນວ​ຄິດ​ຊີ້​ນຳ​ຂອງ​ພັກ, ​ເຊິ່ງລາວ​ຕີ​ລາ​ຄາ​ສູງ​ຕໍ່​ເລື່ອງ​ນີ້ ທັງ​ໄດ້​ຮັບ​ກຳ​ລັງ​ໃຈ​ຢ່າງ​ເລິກ​ເຊິ່ງ​ແລະ​ຫວັງ​ຈະ​ຮ່ຳ​ຮຽນ​ແລະ​ຖອດ​ຖອນ​ບົດ​ຮຽນນຳ​ຈີນ. ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຫວັງ​ຈະ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ຄະ​ນະ​ນຳ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ​ຈີນ​ຊຸດ​ໃໝ່​ທີ່​ມີ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ ເພື່ອ​ຮ່ວມ​ກັນ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລາວ-ຈີນ​ໃນ​ຍຸກ​ໃໝ່​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ