ຈີ​ນ​ແລະ​ອາ​ຊຽນຈະ​​ຝຶກຊ້ອມຮ່ວມ​ການ​ຊອກ​ຄົ້ນທາງ​ທະ​ເລຂະ​ໜາດ​ໃຫຍ່​ເປັນຄັ້ງທຳ​ອິດ
2017-10-31 14:22:39  cri 

ຂ່າວ​ລາຍ​ງານ​ໃນ​ວັນ​ທີ 30 ຕຸລາ​ນີ້​ວ່າ: ຈີນ ​ແລະ ປະ​ເທດ​ໃນ​ອາ​ຊຽນ ຈະ​ດຳ​ເນີນ​ການ​ຝຶກ​ຊ້ອມ​ຮ່ວມ​ການ​ຊອກ​ຄົ້ນທາງ​ທະ​ເລຂະ​ໜາດ​ໃຫຍ່​ເປັນຄັ້ງທຳ​ອິດ​ຢູ່​ເຂດ​ທະ​ເລ​ຈ້າ​ນຈ່ຽງ ​ແຂວງ​ກວາງຕຸ້ງ ສປ ຈີນ ​ໃນ​ວັນ​ທີ 31 ຕຸລາ​ນີ້.

ການ​ຝຶກ​ຊ້ອມ​ເທື່ອ​ນີ້​ເປັນ​ການຮ່ວມກັນຈັດຂຶ້ນ​ໂດຍ​ສູນ​ຊອກ​ຄົ້ນທາງ​ທະ​ເລ​ແຂວງ​ກວາງຕຸ້ງ ​ແລະ ພະ​ແນ​ກກິດຈະການ​ທາງ​ທະ​ເລ​ແຂວງ​ກວາງຕຸ້ງ ​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກກະຊວງ​ຄົມມະນາຄົມ-ຂົນ​ສົ່ງຈີນ ​ແລະ ສູນ​ຊອກ​ຄົ້ນທາງ​ທະ​ເລ​ຈີນ. ຂະນະ​ດຽວ​ກັນ​ກໍມີອົງການຊອກ​ຄົ້ນ​ແຫ່ງ​ຊາດ​ຂອງ​ບັນດາປະ​ເທດ​ໃນ​ອາ​ຊຽນ​ເຂົ້າຮ່ວມ. ຂະນະ​ທີ່​ຜູ້ຕາງ​ໜ້າຈາກ​ອົງການ​ທີ່​ກ່ຽວຂ້ອງ ​ແລະ ກ້ອນກຳລັງ​ຊອກ​ຄົ້ນທາງ​ທະ​ເລ​ຂອງ 7 ປະ​ເທດ ຄື ຈີນ, ລາວ, ​ໄທ, ຟິລິບ​ປິນ, ກຳປູ​ເຈຍ ​ແລະ ມຽນມາຈະ​ເຂົ້າຮ່ວມ​ການ​ຝຶກ​ຊ້ອມ ​ໂດຍ​ມີ​​ເຈົ້າໜ້າ​ທີ່ ພະນັກງານ​ປະມານ 1.000 ຄົນ, ເຮືອ 20 ລຳ ​ແລະ ຍົນ 3 ລຳ​. ສ່ວນ​ຈີນ​ແລະ​ເຂດ​ພິ​ເສດ​ຮົງ​ກົງ​ມີ 16 ຫົວໜ່ວຍທີ່​ດຳ​ເນີນກິດຈະການ​ທາງ​ທະ​ເລ ​ເປັນຕົ້ນ ຕຳຫຼວດທະ​ເລ, ການຄົ້ນຫາ​ທາງ​ທະ​ເລ ​ແລະ ການກູ້​ເຮືອຂຶ້ນຈາກ​ທະ​ເລ ​ເຂົ້າຮ່ວມ, ນັບ​ວ່າ​ເປັນ​ການ​ຝຶກ​ຊ້ອມ​ຮ່ວມ​ການ​ຊອກ​ຄົ້ນທາງ​ທະ​ເລຂະ​ໜາດ​ໃຫຍ່​ທີ່​ສຸດ​ລະຫວ່າງ​ຈີນ​ແລະ​ບັນດາ​ປະ​ເທດ​ໃນ​ອາ​ຊຽນຕັ້ງ​ແຕ່​ອະດີດຈົນ​ຮອດ​ປັດຈຸບັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ