ຈັດກິດຈະກຳ​ຂຽນ​ໂຕ​ໜັງສືຈີນ "孝" ​ເພື່ອ​ເຊີດ​ຊູ​ຄວາມ​ກະຕັນຍູ
2017-10-31 16:06:52  cri 

ວັນ​ທີ 29 ຕຸລາ​ນີ້, ​ເມືອງ​ຈິ້ງ​ອ່ານ ​ແຂວງ​ຈ່ຽງຊີ່ ສປ ຈີນ ​ໄດ້​ຈັດຕັ້ງຜູ້​ມັກ​ຂຽນ​ງາມ​ຫຼາຍຮ້ອຍ​ຄົນຈາກ​ວົງ​ການ​ຕ່າງໆຮ່ວມ​ກັນ​ຂຽນ​ໂຕ​ໜັງສືຈີນ "孝" ​​ເຊິ່ງອອກສຽງ​ວ່າ "ຊ້ຽວ" ໝາຍ​ຄວາມ​ວ່າ​ກະຕັນຍູ ໃສ່​ເຈ້ຍມ້ວນ​ຍາວ​ເກືອບ 210 ​ແມັດ ​ໂດຍ​ສາມາດສ້າງ​ສະຖິຕິ​ກິ​ນ​ເນັສບຸກ​ໂລກ​ຊຽງ​ໄຮ​ໃນລາຍການຂຽນ​ໂຕ​ໜັງສື​​ໂຕ​ດຽວ​​ໃສ່​ເຈ້ຍ​ມ້ວນ​ຍາວ​ທີ່​ສຸດ​ທັງຂອບ​ໃຫ້​ງາມໃນ​ວັນ​ດຽວ.

ຂ່າວ​ແຈ້ງ​ອີກ​ວ່າ: ນັບ​ແຕ່​ວັນ​ທີ 28-29 ຕຸລາ​ນີ້, ຢູ່ຕາ​ແສງ​ປາວ​ເຟິ່ງ ​ເມືອງ​ຈິ້ງ​ອ່ານ ​ແຂວງ​ຈ່ຽງຊີ່ ​ໄດ້​ຈັດ​ບຸນ​ວັດທີ່​ເນັ້ນວັດທະນະທຳ​ຄວາມ​ກະຕັນຍູ​ຄັ້ງທີ 3 ຂຶ້ນ ​ໂດຍ​​ໄດ້​ຈັດ​ກິດຈະກຳ​ຕ່າງໆ ​ເພື່ອ​ສົ່ງ​ເສີມ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ຊາດ​ຈີນ, ສືບ​ທອດຄຸນ​ນະ​ທຳ​ອັນ​ດີງາມ​ທີ່​ເປັນ​ມູນ​ເຊື້ອ​ໃນ​ການ​ເຄົາລົບຮັກ ​ແລະ ກະຕັນຍູຕໍ່​ຜູ້​ເຖົ້າຜູ້​ແກ່.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ