ອີ​ຣານປະ​ກາດ:ຖ້າ​ອາ​ເມ​ລິ​ກາ​ຂວ້ຳ​ບາດ​ປະ​ເທດ​ຕົນຄືນ​ໃໝ່ ຈະ​ຖອນ​ອອກ​ຈາກ​ສັນ​ຍານິວ​ເຄ​ລຍ​ແນ່ນອນ
2017-10-31 16:39:04  cri 
ວັນ​ທີ 30 ຕຸ​ລາ​ນີ້, ທ່ານ ໂມ​ຮຳ​ມັດ ໂຮ​ສ໌​ເຊັນ ບາ​ເຄ​ຣີ ຫົວ​ໜ້າ​​ກົມ​ໃຫຍ່ເສ​ນາ​ທິ​ການກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ອີ​ຣານ​ກ່າວ​ວ່າ: ຖ້າ​ອາ​ເມ​ລິ​ກາ​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດປະ​ເທດ​ຕົນຄືນ​ໃໝ່ ກໍ​ຈະ​ຖອນ​ອອກ​ຈາກ​ສັນ​ຍາ​ວ່າ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ອີ​ຣານ​ແນ່ນອນ.

ໜັງ​ສື​ພິມ​ເຕ​ເຮ​ຣານ​ທ້າມ​ສ໌​ຂອງ​ອີ​ຣານ​ລາຍ​ງານໂດຍ​ອ້າງ​ຕາມ​ການ​ເປີດ​ເຜີຍ​ຂອງ​ທ່​ານ ບາ​ເຄ​ຣີ ໃນ​ຂະ​ນະ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຝ່າຍ​ທະ​ຫານ​ໃນ​ມື້​ດັ່ງ​ກ່າວ​ວ່າ: ການ​ທີ່​ອີ​ຣານ​ເຊັນ​ສັນ​ຍາ​ກໍ​ເພື່ອ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ​ຍົກ​ເລີກ​ການ​ຂວ້ຳ​ບາດ,ແຕ່​ຖ້າຟື້ນ​ຟູ​ການ​ຂວ້ຳ​ບາດ​ຄືນໃໝ່,ສັນ​ຍາ​ດັ່ງ​ກ່າວ​​ກໍຈະ​ບໍ່​ມີ​ຄວາມ​ໝາຍ​ຫຍັງສຳ​ລັບ​ອີ​ຣານ.

ທ່ານ ບາ​ເຄ​ຣີ ​ເນັ້ນ​ວ່າ: ​ອີ​ຣານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ມາ​ໂດຍ​ຕະ​ຫຼອດ​ວ່າ​ຈະ​ປະ​ຕິ​ບັດ​ຕາມ​ເນື້ອ​ໃນ​ສັນ​ຍາ​ດັ່ງ​ກ່າວ, ແຕ່ຖ້າ​ອາ​ເມ​ລິ​ກາ​ຟື້ນ​ຟູ​ການ​ຂວ້ຳ​ບາດ​ ​ຄືນ​ໃໝ່​ໂດຍຊອກ​ຂໍ້​ອ້າງ​ທຸກ​ສິ່ງ ກໍ​ຈະ​ຖອນ​ອອກ​ຈາກ​ສັນ​ຍາ​ວ່າ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ອີ​ຣານ​ຢ່າງ​ແນ່ນອນ.

ທັງ​ນີ້​ໃນວັນ​ທີ 13 ຕຸ​ລາ​ນີ້, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້ປາ​ໄສ ເຊິ່ງ​ບໍ່​ພຽງ​ແຕ່​ປະ​ຕິ​ເສດ​ການ​ຢືນ​ຢັນ​ໃນ​ການປະ​ຕິ​ບັດ​ຕາມ​ຄຳ​ໝັ້​ນ​ສັນ​​ຍາ​ຂອງ​ອີ​ຣານ​ເທົ່າ​ນັ້ນ,ແຕ່​ຍັງ​ໄດ້​ປະ​ກາດ​ຈະ​ຂວ້ຳ​ບາດກອງ​ປ້ອງ​ກັນ​ປະ​ຕິ​ວັດ​ອິ​ສ​ລາມ​ຂອງ​ອີ​ຣານອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ