ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສ.ເກົາ​ຫຼີ​ກ່າວ​ວ່າ​ບໍ່​ມີ​ແຜນ​ຈະ​ເພີ່ມ​​ການ​​ຕິດ​ຕັ້ງລະ​ບົບ​​ທັດ
2017-10-31 11:01:38  cri 
ທ່ານ​ນາງຄາງວາ​ກຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ເກົາຫຼີ​ຕອບ​ຄຳ​​ຊັກ​ຖາມ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ວັນ​ທີ 30 ຕຸ​ລາ​ນີ້​ໂດຍ​ຢືນ​ຢັນ​ວ່າ, ປັດ​ຈຸ​ບັນ, ສ.ເກົາຫຼີ​ບໍ່​ມີ​ແຜນ​ຈະ​ເພີ່ມ​ການ​ຕິດ​ຕັ້ງ​ລະ​ບົບຕ້ານ​ຂີ​ປະ​ນາ​ວຸດ​​ທັດ.

ທ່ານນາງຄາງວາ​ກຸງກ່າວ​ວ່າ, ຫຼັກ​ໝັ້ນ​ຂອງ​ລັດ​ຖະ​ບານ​ສ.ເກົາຫຼີ​ທີ່​ບໍ່​ເຂົ້າ​ຮ່ວມ​ລະ​ບົບ​ຕ້ານ​ຂີ​ປະ​ນາ​ວຸດ​ຂອງ​ອາ​ເມ​ລິ​ກາ​ຈະ​ບໍ່​ປ່ຽນ​ແປງ ແລະ ພວມ​ພະ​ຍາ​ຍາມ​ສ້າງ​ລະ​ບົບ​ຕ້ານ​ຂີ​ປະ​ນາ​ວຸດ​ແບບ​ສ.ເກົາຫຼີ. ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ສາມ​ປະ​ເທດ ຄື ສ.ເກົາຫຼີ, ອາ​ເມ​ລິ​ກາ ແລະ​ຍີ່​ປຸ່ນ​​ກໍ​ເພື່ອ​ເພີ່ມ​ທະ​ວີ​ການ​ສະ​ກັດ​ກັ້ນ ແລະ​ຄວາມ​ສາ​ມາດ​ຕອບ​​ໂຕ້​ຕໍ່​ການ​ຂົ່ມ​ຂູ່​ຂີ​ປະ​ນາ​ວຸດ​ນິວ​ເຄ​ຣຍ​ຂອງ​ສ​ປ​ປ​ເກົາຫຼີ ແລະ ຈະ​ບໍ່​ໃຫ້​ກາຍ​ເປັນ​ພັນ​ທະ​ມິດ​ທະ​ຫານ 3 ຝ່າຍ.

​ທ່ານ​ນາງ​ຄາງວາ​ກຸງກ່າວ​ຕື່ມ​ວ່າ, ການ​ແລກ​ປ່ຽນ​ຍຸດ​ທະ​ສາດ​ລະ​ຫວ່າງ​ສ.ເກົາຫຼີ, ຈີນ ແລະ​ອາ​ເມ​ລິ​ກາ​​ກໍ​ຄວນບັງ​ເກີດ​ຜົນ ແລະ ມີ​ຄວາມ​ຈຳ​ເປັນ ເຊິ່ງເຖິງວ່າ​ຍັງ​ບໍ່​ໄດ້​ສ້າງ​ຂອບ​ທີ່ລະ​ອຽດ​ກໍ​ຕາມ, ແຕ່​ພວມ​​ຄົ້ນ​ຄວ້າ​ແລະ​ປຶກ​ສາ​ກັນ​​ໃນເລື່ອງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ